ອຸຕຸນິຍົມແຈ້ງເຕືອນຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມຝົນຕົກພ້ອມມີລົມພັດແຮງ

ສະພາບອາກາດທົ່ວໄປ ປະຈຳວັນທີ 27 ມິຖຸນາ 2022, ເວລາ 06 ໂມງ 00​ ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວໄດ້ເພີ່ມກຳລັງແຮງຂຶ້ນເລັກນ້ອຍ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ

, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກໃນລະດັບປານກາງຢູ່ບາງາງທ້ອງຖິ່ນແຂວງພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ

.ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 13/06/2022 ຫາ ເວລາ 07 ໂມງ ຂອງວັນທີ 14/06/2022.​ ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ):

ອາກາດຮ້ອນ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 30 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 20 –30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ):

ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນສ່ວນຫຼາຍ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ ແລະ ໄຊຍະບູລີ​ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 60 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 50 ເປີເຊັນ.

ອຸນຫະພູມໃນລະຫວ່າງ 25 – 33 ອົງສາ.ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ)

ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນແຂວງວຽງຈັນ ແລະ ບໍລິຄຳໄຊ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 40 ເປີເຊັນຂອງພາກ.

ອຸນຫະພູມໃນລະຫວ່າງ 23 – 34 ອົງສາ.ແຂວງໄຊສົມບູນ: ມີຝົນຕົກໃນລະດັບຄ່ອຍ ຫາ​ ປານກາງ. ອຸນຫະພູມໃນລະຫວ່າງ 16 – 27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 50 ເປີເຊັນຂອງພາກ.

ອຸນຫະພູມໃນລະຫວ່າງ 23 – 34 ອົງສາ.ສຳລັບເຂດພູພຽງບໍລະເວນ: ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ, ອຸນຫະພູມໃນລະຫວ່າງ 16 – 27 ອົງສາ.

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *