ໃນເດືອນມີຖຸນາ 2022, ປກສ ເມືອງໄຊທານີນະຄອນຫຼວງງວຽງຈັນ ສາມາດກັກຕົວຜູ້ຖືກຫາຄະດີສໍ້ໂກງຊັບ ( ຄໍເຊັນເຕິ້ ) ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ,
ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ.
ໃນເດືອນມີຖຸນາ 2022 , ປກສ ເມືອງໄຊທານີ ສາມາດກັກຕົວຜູ້ຖືກຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ ຜົນເສຍຫາຍ 500 ລ້ານກວ່າກີບ.
ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ,ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.
ຫຼັງຈາກນັ້ນ,ກຸ່ມຄໍເຊັນເຕີ້ກໍ່ຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະເພຈອື່ນໆ ເພື່ອຫາລູກຄ້າ(ຜູ້ຖືກເສຍຫາຍ)ເມື່ອມີຄົນຕິດຕໍ່ຫາເພື່ອແລກປ່ຽນເງິນຕາແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍຕ່າງໜ້າໄປພົບກັບລູກຄ້າໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່ານາງດາແລະພວກກ່ຽວເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້.
ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).



ຂໍ້ມູນ: ນສພ ຄວາມສະຫງົບ.