ຂ່າວທົ່ວໄປສາລະໜ້າຮູ້

ອ່ານແດ່ເດີ ທ່ານໃດມັກເອົາຕຸກນໍ້າດື່ມ ຂອງບໍລິສັດທີ່ຂາຍນໍ້າ ໄປໃສ່ນໍ້າມັນ ຫຼື ອັນອື່ນທີ່ມີກິ່ນ

ເຖິງ: ຜູ້ບໍລິໂພກນໍ້າດື່ມ ທົ່ວນະຄອນຫຼວງວຽງຈັນ

ເລື້ອງ: ການນໍາໄຊ້ຕຸກນໍ້າດື່ມ ໄປໃນທາງທີ່ບໍ່ຖືກຕອ້ງ

– ອີງຕາມ ຄຳສະເໜີ ຂອງຜູ້ຊົມໄຊ້ນໍ້າດື່ມ ມາຍັງສະມາຄົມນຳ້ດື່ມນະຄອນຫຼວງ ຄັ້ງວັນທີ 15/5/22 ໄດ້ມີການສົ່ງຂ່າວມາຍັງບັນດາໂຮງງານນໍ້າດື່ມ . ເນື່ອງຈາກຕຸກນໍ້າດື່ມຂິວນໍ້າມັນ.

ສະມາຄົມນໍ້າດື່ມ ນະຄອນຫຼວງວຽງຈັນ ຈຶ່ງຖືໂອກາດນີ້ ແຈ້ງມາຍັງຜູ້ບໍລິໂພກນໍ້າດື່ມ ທຸກທ່ານ ຊາບວ່າ:

ຕຸກນໍ້າຕື່ມນັ້ນ ແມ່ນໃຫ້ໄຊ້ກັບນໍ້າດື່ມພຽງຢ່າງດຽວ ຊຶ່ງບໍ່ສາມາດໃຫ້ໄຊ້ກັບ ນໍ້າປະເພດ ທີ່ມີກີ່ນຫອມ,ກິ່ນຂິວ,ເໝັນ,ຄາວ ແລະ ອື່ນໆໄດ້ ;

ເນື່ອງຈາກລູກນໍ້າດື່ມ ເປັນ ພຶດສະຕິກ ທີ່ກັກເກັບກິ່ນໄດ້ດີ ໃນເມື່ອນໍາໄຊ້ກັບນໍ້າມັນ ຫຼື ນໍ້າປະເພດທີ່ມີກິ່ນຕ່າງໆ ແມ່ນບໍ່ສາມາດລ້າງກິ່ນນັ້ນອອກໄດ້ ການກວດກາ ການອານະໄມຕຸກໃນການເກັບມາໝູນວຽນ

ອາດບໍ່ທົ່ວເຖິງ ເນື່ອງຈາກຕຸກ ມີຈຳນວນຫຼາຍ ບາງຄັ້ງອາດຈະມີເລັດລອດໄປເຖິງຜູ້ບໍລິໂພກນໍ້າດື່ມທ່ານອື່ນ.

ແຈ້ງໄຫ້ທຸກທ່ານຊາບດັ່ງນີ້:

1- ຫ້າມນໍາໄຊ້ຕຸກນໍ້າດື່ມ ໄສ່ນໍ້າມັນ ຫຼື ໄສ່ປະເພດນໍ້າທີ່ມີກິ່ນຂິວ,ເໝັນ, ຄາວ ແລະ ອື່ນໆ.

2 – ຖ້າຫາກຜູ້ຊົມໄຊ້ຕຸກນໍ້າຕື່ມ ໄຊ້ໄປໃນທາງທີ່ບໍ່ຖືກຕອ້ງ ຈະເຮັດໃຫ້ ມີຜົນ ກະທົບ ຕໍ່ຜູ້ບໍລິໂພກ ນໍ້າດື່ມທ່ານອື່ນ ແລະ ເຮັດ

ໃຫ້ເສຍຫາຍ ຕໍ່ຊື່ສຽງ ສັບສິນ ຂອງທຸລະກິດ ໂຮງງານນໍ້າດື່ມໄດ້.

3 – ຜູ້ທີເຮັດໄຫ້ຕຸກນໍ້າດື່ມ ເສຍຫາຍ ຈະຕອ້ງເປັນຜູ້ຊົດໄຊ້ ຄ່າຕຸກ ໜ່ວຍລະ 50,000 ກີບ.

ດັ່ງນັ້ນ ຫວັງວ່າ ທຸກທ່ານຈະເຂົ້າໃຈ ແລະປະຕິບັດຕາມແຈ້ງການນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button