ແລກປ່ຽນເງິນຕາແບບຜິດກົດໝາຍ ຖືກຈັບມາສືບສວນຄັ້ງທີ 2 ຍັງບໍ່ຫລາບຈຳ

ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29 ປີ,

ນັກທຸລະກິດ ບ້ານ ສີສັງວອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຊໍ້າ ໃນການໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ.ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ:

ໃນຄັ້ງທຳອິດເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວແລກປ່ຽນເງິນຕາບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາ

ວັນທີ 13 ມິຖຸນາ2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວໄດ້ສືບຕໍ່ມີການເຄື່ອນໄຫວໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນເປັນການກະທຳຜິດຊໍ້າ, ບໍ່ເຂັດຫຼາບ.

ສະນັ້ນ; ເຈົ້າໜ້າທີ່ຈຶ່ງໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.

ໃນການນຳຮຽກຕົວຄັ້ງນີ້ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາແລະບໍ່ມີມອບພັນທະອາກອນໃຫ້ລັດ,

ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ ເຮັດບົດບັນທຶກແລ້ວປ່ອຍຕົວ.

ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ

ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງມີລາຍລະອຽດດັ່ງລຸ່ມນີ້: ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ) ເງິນໂດລາ ໂອນ

ອອກຈໍານວນ: 226.332 ໂດລາ ( ຈໍານວນ 63 ຄັ້ງ ) ເງິນບາດ ໂອນເຂົ້າຈໍານວນ: 12.599.136 ບາດ ( ຈໍານວນ 223 ຄັ້ງ ) ເງິນບາດ ໂອນອອກຈໍານວນ: 11.885.610 ບາດ ( ຈໍານວນ 93ຄັ້ງ) ເງິນກີບໂອນເຂົ້າຈໍາ

ນວນ:14.452.782.000ກີບ(ຈໍານວນ 1.117 ຄັ້ງ) ເງິນກີບໂອນອອກຈໍານວນ: 14.665.630.196 ກີບ ( ຈໍານວນ 1.631 ຄັ້ງ ).

ປັດຈຸບັນ,ເຈົ້າໜ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

+ຂ່າວຈາກ: ເພຈຄວາມສະຫງົບ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *