ດ່ວນດ່ວນດ່ວນ!!ລາຄາທາງດ່ວນຈະໄດ້ປັບຕາມເລດເງິນປັດຈຸບັນເຊິງຈະເຮັດໃຫ້ຄ່າຜ່ານທາງສູງຂື້ນໄປຕື່ມ ເຊິ່ງຈະເລີມປັບເລດ
ໃນວັນທີ1/7/2022 ຜູ້ຊົມໃຊ້ທາງດ່ວນທຸກທ່ານໃຫ້ກວດອ່ານເບິ່ງຕາມແຈ້ງການກ່ອນຊົມໃຊ້ ຂອບໃຈທຸກທ່ານທີ່ກົດອ່ານແລະຊົມໃຊ້ທາງດ່ວນ
ເຖິງ: ບັນດາທ່ານຜູ້ນຳໃຊ້ທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ທີ່ເຄົາລົບນັບຖື.
ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່
ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງີນ
ກີບ ກັບ ເງີນໂດລາສະຫະລັດ.ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ ສະນັ້ນ,
ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາແລກປ່ຽນເງີນກີບ ກັບ
ເງີນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022 ພ້ອມດຽວກັນນີ້ ກໍ່ໄດ້ສົ່ງໜັງສືລາຍງານຫາກະຊວງແຜນການ ແລະ ການລົງທຶນແລ້ວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ຜູ້ທີ່ເຂົ້າມາໃຊ້ບໍລິການທາງດ່ວນ ເພື່ອຮັບຊາບຕາມເນື້ອໃນຈິດໃຈນີ້ດ້ວຍ.


