ທ່ານໃດທີ່ມີບັນຫາທາງດ້ານແຂ້ວແມງ,ແຂ້ວຫ້ຽນ,ແຂ້ວມີຮູ ສາເຫດມາຈາກແມງກິນ ໃຫ້ທ່ານລອງນຳເອົາຢາພື້ນເມືອງຊະນິດນີ້ໄປໃຊ້ລອງເບີ່ງຮັບຮອງວ່າໄດ້ຜົນ.ຢານີ້ຫຼາຍທ່ານເຄີຍຮູ້,ເຄີຍກິນເດັດຍອດມາກັບແຈ່ມປາເຄັມເຊິ່ງສ່ວນຫລາຍຢູ່ຊຽງຂວາງເຂົາຮ້ອງກັນວ່າ:ຫຍ້າໜາມພະຍາຢູ່ຊຽງຂວາງ,ບໍ່ແກ້ວ ດັັ່ງນີ້ເປັັນຕົົ້ົົ້ນ

1.ວິທີປິ່ນປົ່ວດັ່ງລຸ່ມນີ້:ນຳໄປຂຸດເອົາຮາກມາລ້າງໃຫ້ສະອາດ(ໃຫ້ເອົາຕອນແລງ,ຕອນຕາເວັນຕົກດິນ)
2.ນຳຮາກຢາມາຕົ້ມໃຫ້ໄດ້ນໍ້າປະມານ4-5ຈອກ(ຕົ້ມດົນປະມານ20-30ນາທີ)
3.ປະໃຫ້ນ້ຳອຸ່ນແລ້ວນຳເອົານ້ຳຕົ້ມຢາມາອົມ,ອົມໄດ້ດົນຍິ່ງດີ(ອາການຈະເປັນສີຮືນໆປາກ)
4.ຖ້າແຂ້ວມີຮູແມງກິນໃຫ້ນຳເອົາມີດຄູດເອົາເປືອກຢາທີ່ຕົ້ມແລ້ວມາຍັດໃສ່ບ່ອນທີ່ເປັນຮູແລ້ວອົມໄວ້(ອົມໄວ້ຕອນນອນຍິ່ງດີ).

