ພະຍາກອນອາກາດອາທິດນີ້ ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ
ກົມອຸຕຸນິິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 29 ມິຖຸນາ ຫາ 3 ກໍລະກົດ 2022 ວ່າ: ໃນໄລຍະວັນທີ 29 ຫາ 30 ມິຖຸນານີ້ ຄວາມກົດດັນຕໍ່າ
ຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ,
ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ຈາກນັ້ນວັນທີ 1 ຫາ 3 ກໍລະກົດ 2022 ບໍລິເວນຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທຸກພາກຂອງປະເທດລາວ,
ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ
ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ