ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ
ຂ່າວລາຍງານວ່າໃນເວລາ 18:00ໂມງ ຂອງວັນທີ 27 ມິຖຸນາ 22022 ໄດ້ມີຄົນງານໃນອາຄານໃກ້ຄຽງໄດ້ເຫັນລົດ 18 ລໍ້ມາຈອດຖີ້ມໄວ້ພ້ອມທັງໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອດັງມາຈາກພາຍໃນລົດ
ເມື່ອເຂົ້າໄປເບີ່ງໄດ້ພົບເຫັນຜູ້ເຄາະຮ້າຍເປັນແຮງງານຕ່າງຊາດທີ່ອັດແໜ້ນກັນຢູ່ພາຍໃນລົດ ຈື່ງໄດ້ແຈ້ງໄປຍັງເຈົ້າໜ້າທີ່ຕຳຫຼວດມາກວດສອບ ຈື່ງພົບວ່າພາຍໃນລົດມີຜູ້ເສຍຊີວິດ 46 ຄົນ ແລະ ບາດເຈັບ 16 ຄົນຕ້ອງນຳສົ່ງໂຮງໝໍ
ຈາກການສອບສວນພົບວ່າລົດ 18 ລໍ້ຄັນດັ່ງກ່າວບັນທຸກແຮງງານເຖື່ອນທີ່ລັກລອບເຂົ້າປະເທດສະຫະລັດແບບຜິດກົດໝາຍ ສ່ວນສາເຫດການເສຍຊີວິດແມ່ນອາດມາຈາກການຂາດອາກາດຫາຍໃຈ
ເນື່ອງຈາກມື້ນັ້ນອາກາດຮ້ອນຈັດເຖິງ 40 ອົງສາ ເມືອງຊານອັນໂຕນິໂອ ຢູ່ໃກ້ກັບພົມແດນສະຫະລັດອາເມລິກາກັບແມັກຊິໂກ
ມັກມີການຄ້າມະນຸດ ແລະ ຂົນສົ່ງແຮງງານເຖື່ອນເຂົ້າສະຫະລັດອາເມລິກາຕະຫຼອດ
🔺ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ