ຈຳປາສັກ ກວດພົບ 7 ປໍ້າ ຂາຍນໍ້າມັນເກີນລາຄາກຳນົດ ວັນທີ 21 – 28 ມິຖຸນາ 2022,
ຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ແຂວງຈໍາປາສັກ
ໄດ້ກວດພົບປໍ້ານໍ້າມັນ 7 ຂາຍເກີນລາຄາກຳນົດ, ເຈົ້າຫນ້າທີ່ໄດ້ຫນີບກວ່າ ແລະ ໃຫ້ເສສຄ່າປັບໃຫມ ຈິ່ງເປີດໄດ້. ເຈົ້າຫນ້າທີ່ກ່ຽວຂ້ອງ ໃຫ້ຂໍ້ມູນວ່າ :
ໄດ້ເຄື່ອນໄຫວກວດກາປ້ໍານ້ໍາມັນຂາຍຍ່ອຍ ຈໍານວນ 17 ປ້ໍາ ແລະ ພົບເຫັນຜູ້ລະເມີດທີ່ຂາຍເກີນລາຄາທີ່ລັດກໍານົດ 7 ປ້ໍາ ເຊິ່ງເຈົ້າຫນ້າທີ່ ໄດ້ສ້າງບົດບັນທືກ, ສຶກສາອົບຮົມ ແລະ ກ່າວເຕືອນ ພ້ອມທັງປັບໃໝ
ແລະ ໄດ້ໜີບບກົ່ວຫົວຈ່າຍນໍ້າມັນໄວ້ ຈົນກ່ວາຜູ້ປະກອບການທີ່ລະເມີດ ເສຍຄ່າປັບໃໝຖືກຕ້ອງຄົບຖ້ວນ ແລະ ຕ້ອງຂາຍນໍ້າມັນ ຕາມລາຄາລັດກໍານົດໄວ້ໃນແຕ່ລະໄລຍະ ຈິ່ງສາມາດຈໍາຫນ່າຍໄດ້.
ນອກນີ້ ຍັງໄດ້ເຄື່ອນໄຫວກວດກາສາງເກັບມ້ຽນນໍ້າ 5 ສາງ ຂອງ 5 ບໍລິສັດ ຄື: ບໍລິສັດປີໂຕຼເທດ,
ບໍລິສັດເປໂຕຼຫວຽດນາມ ອອຍ ລາວ ຈໍາກັດ, ບໍລິສັດ ທີທີ ພາວເວີ 45, ບໍລິສັດ ພີທີທີ ລາວ ຈໍາກັດ(ປຕທ) ແລະ ບໍລິສັດນ້ໍາມັນເຊື້ອໄຟເອເຊຍ
. ຈຸດປະສົງ ກໍເພື່ອກວດກາສາງເກັບນໍ້າມັນເຊື້ອໄຟ ພ້ອມທັງ ພົວພັນເອົາຂໍ້ມູນກ່ຽວກັບການນໍາເຂົ້າ - ສົ່ງອອກ ແລະ ການຈໍາໜ່າຍນໍ້າມັນເຊື້ອໄຟໃນໄລຍະຜ່ານມາ ທັງພາຍໃນແຂວງ,
ຕ່າງແຂວງ ແລະ ຈໍາໜ່າຍໃຫ້ໂຄງການຕ່າງໆ.


