ໂຮງກັ່ນນໍ້າມັນລາວ-ຈີນ ຜະລິດໄດ້ 1 ລ້ານໂຕນ/ປີ

ໂຮງກັ່ນນໍ້າມັນລາວ-ຈີນ ຜະລິດໄດ້ 1 ລ້ານໂຕນ/ປີ

ໂຮງກັ່ນນໍ້າມັນປີໂຕຼເຄມີ ລາວ ຕັ້ງຢູ່ເຂດພັດທະນາ ກວມລວມໄຊເສດຖາ

ປັດຈຸບັນ, ໂຮງງານໄດ້ເລີ່ມເປີດການຜະລິດວັນທີ 30 ພະຈິກ 2020 ທີ່ຜ່ານມາ.

ໂດຍມີກຳລັງການຜະລິດປັດຈຸບັນ: 1.000.000 ໂຕນ/ປີ. ວັດຖຸດິບຕົ້ນຕໍທີ່ນຳໃຊ້ເຂົ້າໃນການຜະລິດໄດ້ແກ່ ນໍ້າມັນເຄິ່ງສໍາເລັດຮູບປະເພດ AGO ແລະ CONDENSATE.

ຜະລິດຕະພັນຂອງໂຮງງານມີ: ນໍ້າມັນແອັດຊັງ, ນໍ້າມັນກາຊວນ, ນໍ້າມັນເຕົາເບີ 1, ນໍ້າມັນເຕົາເບີ 4, ນໍ້າມັນກາດຍົນ,

ອາໂຣເມຕິດປະສົມ, ຄາບອນ 5 ປະສົມ, ອາຍແກ໊ສ ແລະ ຊູນເຟີ (ມາດ) ເພື່ອຈໍາ ໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ໂຮງງານດັ່ງກ່າວ ສ້າງຕັ້ງຂຶ້ນໃນເດືອນ 9 ປີ 2014 ເປັນການຮ່ວມທຶນກັນລະຫວ່າງ ບໍລິສັດ ລົງທຶນຕ່າງປະເທດເເຂວງຢຸນນານ (YOIC) ກັບ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ແລະ ວິສາຫະກິດລາວ-ຈີນ,

ໃນນັ້ນ ລນລ ມີຮຸ້ນ 20%. ຕາມເເຜນການໂຄງການມີມູນຄ່າການລົງທຶນທັງໝົດ 2.000.000.000 ໂດລາສະຫະລັດ, ໃຊ້ເວລາການກໍ່ສ້າງ 5-10 ປີ.

ໃນນັ້ນ ເເບ່ງອອກເປັນ 3 ໄລຍະຂອງການກໍ່ສ້າງ, ເມື່ອສໍາເລັດການກໍ່ສ້າງທັງໝົດຈະສາມາດມີກໍາລັງການຜະລິດເຖິງ 3.000.000 ໂຕນ/ປີ.

ໃນວັນທີ 29/6/2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານດັ່ງກ່າວ.

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *