ເຈ້ທິບ ຫອບເງິນອອກນອກປະເທດ.
ໃນວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ເຈ້ທີບ ພຸດທະວົງ ເຈົ້າແມ່ດວງເຮັງ ຖືກເລກ 6 ໂຕ ໃນແຕ່ລະງວດ,
ໄດ້ຫອບເງິນຫລາຍພັນລ້ານ ບິນຫນີອອກຈາກປະເທດລາວແລ້ວ.
ທຸລະກິດຂອງເຈ້ທິບ ຂາຍເລກໃຫ້ເປິເຊັນສູງ ແລະ ຮັບຝາກເງິນໃຫ້ດອກເບ້ຍ 30%,
ເປັນເຈົ້າຂອງຮ້ານເພັດ ” LAYA ” ແລະ ທຸລະກິດອື່ນໆ; ເຊິ່ງຮ້ານຕັ້ງຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ຄາດວ່າຈະມີຄົນໄປຝາກນໍາ ແລະ ເສຍຫາຍເປັນຈຳນວນຫລວງຫລາຍ.
ປັດຈຸບັນ, ມີຄົນຈຳນວນຫລາຍສົມຄວນມາຢືນຢູ່ຫນ້າສຳນັກງານຂອງ ” ເຈ້ທິບ “.


