ຫວງນໍາໄປສູ່ຄາດຕະກຳ. ທ້າວ ແຫຼ້ ອາຍຸ 66 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ
ນະຄອນຫຼວງວຽງຈັນ ຄາດຕະກຳເມຍ ຊື່ນາງ ຄໍາຫວານ ຍ້ອນຄວາມຫຶງຫວງ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.
ວັນທີ 27 ມິຖຸນາ 2022, ໄດ້ຮັບແຈ້ງຈາກບ້ານຜາງແຫ້ງວ່າ: ໄດ້ພົບເຫັນຊາກສົບຄົນຢູ່ໜອງນໍ້າ ເຂດບ້ານຜາງແຫ້ງ ຈິ່ງໄດ້
ແຕ່ງຕັ້ງກຳລັງລົງກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຊາກສົບເປັນເພດຍິງ ຊື່ນາງ ຄໍາຫວານ ອາຍຸ 55 ປີ ພັກເຊົາຢູ່ບ້ານຜາງແຫ້ງ
ເມືອງນາຊາຍທອງ ເກັບກໍາຂໍ້ມູນຫຼັກຖານເບືອງຕົ້ນຮູ້ໄດ້ວ່າ ນາງ ຄຳຫວານ ຖືກຜົວລົງມືຄາດຕະກໍາ, ຮອດເວລາ 14:00 ໂມງ
ຂອງວັນດຽວກັນ ເຈົ້າໜ້າທີ່ຈຶງຕິດຕາມຈັບຕົວ ທ້າວ ແຫຼ້ ຢູ່ເຂດບ້ານນາຝາຍ ເມືອງທຸລະຄົມ ແຂວງວຽງຈັນ ມາດຳເນີນຄະດີ.
ທ້າວ ແຫຼ້ ສາລະພາບວ່າ: ໄດ້ລົງມືຄາດຕະກໍານາງ ຄຳຫວານ ຜູ້ເປັນເມຍ ສາເຫດເກີດມາຈາກ ການຫຶງ ຜິດຖຽງກັນ
ຮຸນແຮງ, ມີການທົບທາງດ້ານຈິດໃຈ ຈົນບໍ່ສາມາດຢັບຢັ້ງຈິດໃຈຕົນເອງໄດ້ ໃນວັນທີ 11 ພຶດສະພາ 2022 ລົງມືຄາດຕະກໍານາງ ຄຳຫວານ ດ້ວຍວິທີໃຊ້ມືກົດຫົວເມຍລົງ
ໜອງນໍ້າ ປະມານ 2 ນາທີ ພາໃຫ້ຂາດອາກາດຫາຍໃຈ ເປັນເຫດໃຫ້ເສຍຊີວິດ; ຫຼັງຈາກນັ້ນ ກໍ່ກັບຂຶ້ນໄປນອນ.
ຕົກມາຮອດເວລາ 6:00 ໂມງ ຂອງວັນທີ 12 ພຶດສະພາ 2022 ເຫັນຊາກສົບຟູນໍ້າຂຶ້ນມາ ຈິ່ງໄດ້ເອົາ
ໃສ່ກະສອບເປົາພ້ອມທັງເອົາດິນບ໋ອກສອງກ້ອນມັດໃສ່ສາຍເຫຼັກລວດເຕັງໄວ້,ແລ້ວໄປຍັດໃສ່ກ້ອງກະຊັງປາ ຈາກນັ້ນກໍ່ເອົາຕົວຫຼົບໜີ ໄປຢູ່ແຂວງວຽງຈັນ.


….
