ຫວັງລວຍທາງລັດ!.. ຖືກເຈົ້າຫນ້າທີ່ຈັບ ລາຍໃຫຍ່ 4 ຄົນ

ຈັບຕົວຜູ້ຄ້າຂາຍຢາເສບຕິດ 4 ຄົນ ພ້ອມຂອງກາງຢາບ້າ 598,690 ເມັດ

ກຳລັງວິຊາສະເພາະ ປກສ ເມືອງຈັນທະບູລີ ເຂົ້າຈັບຕົວກຸ່ມຜູ້ຄ້າຂາຍຢາເສບຕິດ 1 ຄົນ, ຜ່ານການສອບສວນຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການ 3 ຄົນ, ຍິງ 1 ຄົນ,

ເຈົ້າໜ້າທີ່ຈິ່ງໄດ້ເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານ ພົບເຫັນຂອງຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598,690 ເມັດ ແລະ ສິ່ງເສບຕິດທີ່ຜິດກົດໝາຍອີກຫຼາຍລາຍການ ຈິ່ງໄດ້ນຳຕົວພວກກ່ຽວມາດໍາເນີນຄະດີ.

ຕໍ່ກັບຄະດີດັ່ງກ່າວ ພັທ ພົມມີ ແສນຈົງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໄດ້ແຈ້ງຕໍ່ນັກຂ່າວ ປກສ ນວ ໃນວັນທີ 29 ມິຖຸນາ 2022 ວ່າ:

ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງ ວ່າມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດເມືອງຈັນທະບູລີ ຈາກນັ້ນຈິງໄດ້ນຳກຳລັງວິຊາສະເພາະ ລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ ຮອດວັນທີ 10 ມິຖຸນາ 2022, ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ພົນ ອາຍຸ 21 ປີ ຢູ່ບ້ານຊຽງຢືນ ເມືອງຈັນທະບູລີ ນວ, ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບ ວ່າ:

ຕົນໄດ້ຊື້ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ, ມາຮອດວັນທີ 28 ມິຖຸນາ 2022, ຈິງໄດ້ເຂົ້າຈັບຕົວ ທ້າວ ສຸກມິໄຊ ຫຼື ຕານ້ອຍ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນວ ( ເປັນຜົວເມຍກັນ )

ຢູ່ຮ້ານຄາລາໂອເກະແຫ່ງໜຶ່ງ ເຂດບ້ານນາໄຊ ເມືອງໄຊເສດຖາ, ຈາກນັ້ນຈິງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານ ເຂດ III ແລ້ວໄດ້ສົມທົບກັບອຳນາດການປົກຄອງບ້ານຊຳເກດ, ປກສ ກຸ່ມໜອງບຶກ ແລະ ພາກສ່ວນກ່ຽວຂ້ອງ

ເຂົ້າກວດຄົ້ນເຄຫະສະຖານ,ພົບເຫັນ ທ່າວ ຈ່ຽວຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດ ຫວຽດນາມ,ພົບ ຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598,690 ເມັດ, ເຄື່ອງປ້ຳຢາບ້າ ຈໍານວນ 01 ເຄື່ອງ, ຢາໄອສ 02 ຖົງໃຫຍ່, ສານເສບຕິດສີແດງ ຈໍານວນ 02 ຖົງໃຫຍ່, ສານເສບຕິດສີສົ້ມ ຈຳນວນ 01 ຖົງໃຫຍ່,

ຜ່ານການສອບສວນ ພວກກ່ຽວ ຮັບສາລະພາບວ່າ ຢາບ້າທີ່ກວດພົບແມ່ນຂອງພວກຕົນ ເຊິງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ.

ຜ່ານການສອບສວນ ພວກກ່ຽວ ຮັບສາລະພາບວ່າ ຢາບ້າທີ່ກວດພົບແມ່ນຂອງພວກຕົນ ເຊິງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ.

ຊົມຄລີບ

About admin

Check Also

ປະກາດຕາມຫາຄົນຫາຍຕົວໄປ

ປະກາດຕາມຫາຄົນຫາຍຕົວໄປ ເຊິ່ງຜູ້ກ່ຽວຂຶ້ນໄປເຮັດວຽກຢູ່ວຽງຈັນຍິງ 3ຄົນອາຍຸປະມານ 17 ປີລງມາຕອນນີ້ຕິດຕໍ່ພວກເຂາຍັງບໍ່ໄດ້ເທືອ ເຊິ່ງຜູ້ກຽວ ບ້ານເກີດຜູ້ກຽ່ວ ບ.ໂນນສີວິໄລ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ.ຊ່ວຍແຊຣ໌ຕໍ່ໆໄປໃຫ້ແນ່. ຄັນພົບເຫັນ ໃຫ້ໂທແຈ້ງ ຫາເບີ …

Leave a Reply

Your email address will not be published. Required fields are marked *