ວັນນີ້ 1/7/22 ເວລາຊ່ວງທ່ຽງໆ…ສະຫລົດໃຈ ພະຍາບານສາວໄວເບັນຈະເພດ ອາຍຸ 25ປີ
ເຫມັນກິ່ນສົບມາໃຫ້ພຣະເບີ່ງດວງໃຫ້ ພົບວ່າ “ດວງເຖິງຄາດ”
ເບີ່ງແລ້ວຂັບລົດອອກຈາກວັດແລ່ນຂ້າມເລນໄປຕຳກັບລົດອີກຄັນ ເຮັດໃຫ້ນາງ ກັນຍານັດ ສິຣິໂຊດ (น.ส.กัญญาณัฐ ศิริโชค)ເສຍຊີວິດຄາທີ.
*ເຫດເກີດທີ່ຫນ້າ ວັດປຣະຊາໂຄສິຕາຣາມ (วัดประชาโฆสิตาราม) ຂາເຂົ້າຕະຫລາດແມ່ກອງ ຕຳບົນປາຍໂພງພາງ ອຳເພີອຳພະວາ ຈັງຫວັດສະມຸດສົງຄຣາມ (ໄທ)
ຕາມການບອກເລົ່າ ພຣະວິຈິດສົນເຈົ້າ ເຈົ້າອາວາດວັດປຣະຊາໂຄສິຕາຣາມເລົ່າວ່າ
ຊ່ວງເຊົ້າສາວພະຍາບານຄົນນີ້ໄດ້ເຂົ້າມາທີ່ວັດ ເພື່ອຂໍໃຫ້ອາດມາຊ່ວຍດູດວງ ເພາະຊ່ວງນີ້ມັກໄດ້ກລິ່ນເນົ່າເໝັນເໝືອນຊາກສົບ
ເມື່ອສັງເກດຈາກສີໜ້າ ພົບວ່າມີລັກສະນະໝົ່ນໝອງ ປະກອບກັບຢູ່ໃນໄວຈະເພດ ກະທັ່ງເມື່ອດູດວງຊະຕາ
ເຫັນວ່າດວງເຖິງຄາດ ຈຶ່ງແນະນຳໃຫ້ໄປເຮັດບຸນເຮັດທານ ແລະໃຫ້ຂັບລົດລະມັດລະວັງຫລາຍຂຶ້ນ
ຊົມຄລີບ