ໂດຍທ່ານ ກ່າວບາງຕອນວ່າ

ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວໃນກອງປະຊຸມສະໄໝສາມັນ

ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.​

ໂດຍທ່ານ ກ່າວບາງຕອນວ່າ: ​ ເນັ້ນຢໍ້າວ່າ ການແກ້ໄຂຂອດການພົວພັນຢາເສບຕິດຂອງເຈົ້າໜ້າທີ່ ຫາກກວດສອບພົບເຫັນ​ການພົວພັນ​ ຄ້າ-ຂາຍ,​ ເສບ​ ແລະ​ ການປະຕິບັດໜ້າທີ່ບໍ່ເປັນທຳ​ ຮູ້ມື້ເຊົ້າ ປະຕິບັດວິໄນ​ມື້ແລງ​ ແບບບໍ່ມີຂໍ້ຍົກເວັ້ນ ບໍ່ວ່າຊັ້ນຈະສູງປານໃດກໍຕາມ.

ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ໄດ້ຍົກສູງປະສິດທິພາບການແກ້ ໄຂຢາເສບຕິດ ສາມາດມ້າງຄະດີ 4.094 ເລື່ອງ

ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກສູງປະສິດທິ ພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ເຊິ່ງກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ

ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເຄື່ອນໄຫວຕາມຫລັກການ ແລະ ວິທີການວິຊາສະເພາະ, ນັບແຕ່ເດືອນ 7/2021 ຮອດເດືອນ5/20 22 ສາມາດແກ້ໄຂມ້າງຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ໄດ້ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2022) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022 ເຊິ່ງໄດ້ຍົກໃຫ້ເຫັນການ

ຈັດຈັດຕັ້ງປະຕິບັດໃນໄລຍະທີ 1 ສາມາດແກ້ໄຂໄດ້ຫລາຍຄະດີ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມ, ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການສ້າງສາພັດທະນາເສດ ຖະກິດ-ສັງຄົມ.

ພ້ອມນັ້ນ ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດ ໄດ້ຫລາຍເປົ້າໝາຍ; ນໍາກໍາລັງຈາກສູນກາງ ລົງປະຈໍາການເພີ່ມຢູ່ຈຸດຫລໍ່ແຫລມ, ຈຸດຂົນສົ່ງຂ້າມລອຍຢູ່ແຂວງອຸດົມໄຊ, ຫລວງນ້ຳາທາ ແລະ ແຂວງບໍ່ແກ້ວ, ທັງນໍາໃຊ້ໝາວິຊາສະເພາະ 6 ໂຕ;

ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫລວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນກັນຊາ 4,2 ຮຕ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ; ໄດ້ອອກໃບ ຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດ ໂຄງການປູກພືດທົດແທນການປູກຝິ່ນຢູ່ ສປປ ລາວ ຈໍານວນ 50 ບໍລິສັດ

ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ຫລາຍກວ່າ 44.000 ຄອບຄົວ, ໄດ້ປະຕິບັດໂຄງການພັດທະນາທາງເລືອກທົດແທນ ການປູກພືດທີ່ມີສານເສບຕິດ ທີ່ໄດ້ຮັບການສະຫນັບສະໜູນ ຈາກສາກົນ; ໄດ້ເຂົ້າຮ່ວມກອງປະຊຸມ ຢັ້ງຢືນຮັບຮອງເອົາມະຫາວິທະຍາໄລ ປອດຢາເສບຕິດ ຈໍານວນ 10 ເເຫ່ງ;

ຂຶ້ນແຜນຜະລິດຢາ TO ເມັດ ເພື່ອປິ່ນປົວຜູ້ຕິດຢາເສບຕິດປະເພດຝຸ່ນ ແລະ ເຮໂຣອິນ; ໄດ້ຮ່ວມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທໍາລາຍສານເຄມີທີ່ຢຶດໄດ້ຢູ່ ແຂວງບໍ່ແກ້ວ, ຫລວງນ້ຳາທາ ແລະ ຫລວງພະບາງ ລວມທັງໝົດ 169 ໂຕນ.

ຂຶ້ນແຜນຜະລິດຢາ TO ເມັດ ເພື່ອປິ່ນປົວຜູ້ຕິດຢາເສບຕິດປະເພດຝຸ່ນ ແລະ ເຮໂຣອິນ; ໄດ້ຮ່ວມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທໍາລາຍສານເຄມີທີ່ຢຶດໄດ້ຢູ່ ແຂວງບໍ່ແກ້ວ, ຫລວງນ້ຳາທາ ແລະ ຫລວງພະບາງ ລວມທັງໝົດ 169 ໂຕນ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ໃຫ້ຮູ້ອີກວ່າ: ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ໂດຍໄດ້ຄົ້ນຄ້ວານໍາສະເໜີສະພາແຫ່ງຊາດ ປັບປຸງ 11 ມາດຕາ, ເພີ່ມໃໝ່ 6 ມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ;

ປັດຈຸບັນ ປະທານປະເທດ ໄດ້ອອກລັດຖະດໍາລັດ ເລກທີ 227/ປປທ, ລົງວັນທີ 06 ທັນວາ 2021 ປະກາດໃຊ້ຢ່າງເປັນທາງການ; ໄດ້ຄົ້ນຄ້ວາປັບປຸງນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບຢາເສບຕິດທັງໝົດ 11 ນິຕິກໍາ, ໃນນີ້ມີດໍາລັດ 267/ນຍ ວ່າດ້ວຍກອງທຶນຄວບຄຸມ,

ນະຄອນຫລວງວຽງຈັນ, ແຂວງ ອຸດົມໄຊ, ແຂວງຈໍາປາສັກ; ປັບປຸງກົງຈັກ, ບັນຈຸບຸກຄະລາກອນທີ່ຈໍາເປັນຮັບໃຊ້ໃຫ້ແກ່ການບໍາບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຢູ່ 13 ສູນ ທົ່ວປະເທດ,

ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຄໍາສັ່ງ 07/ນຍ ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສີນຮິບເປັນຂອງລັດ; ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບວິທີປະຕິບັດຄໍາຕັດສີນປະຫານຊີວິດ ແລະ ໄດ້ຕິດຕັ້ງເຄື່ອງຈັກວິໄຈສານເສບຕິດເພີ່ມໃຫ້ແກ່ 03 ສູນວິໄຈຄື:

ຄລີບ

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *