ພົບແລ້ວ ສົບນ້ອງ ທີ່ຈົມນໍ້າຮຸ່ງ ໃນວັນທີ 4 ກໍລະກົດ 2022 ໜ່ວຍກູ້ໄພ ແລະ
ທະຫານຄ້າຍ 202 ແຂວງໄຊຍະບູລີ ໄດ້ພົບສົບເດັກຊາຍ ທີ່ຈົມຫາຍໃນຂະນະທີ່ລົງຫລິ້ນນໍ້າຮຸ່ງ ເມື່ອ 2 ວັນທີ່ຜ່ານມາ.
ມື້ທີ 3 ຂອງການຄົ້ນຫາ ໄດ້ພົບເຫັນສົບນ້ອງ ໄຫລ ໄປຄ້າງຢູ່ທີ່ກິ່ງໄມ້ເຂດບ້ານນາຊຳ; ເຊິ່ງຫ່າງຈາກຈຸດທີ່ນ້ອງຈົມ ໄກ 20 ກວ່າກິໂລແມັດ.
ຈາກນັ້ນ, ຫນ່ວຍກູ້ໄພ ຈິ່ງໄດ້ເກັບສົບນ້ອງ ໄປທີ່ປ່າຊ້າ.
ຂໍສະແດງຄວາມເສຍໃຈຕໍ່ຄອບຄົວໃນການສູນເສຍຄັ້ງນີ້ ແລະ ຂໍໃຫ້ນ້ອງໄປສູ່ພູມພົບທີ່ດີ.

…

..
