ແມນນີ້ ປາກຽວ ຍອດນັກມວຍຊື່ດັງຊາວຟີລິບປິນ ແຄ້ນສຸດໆ ຕໍ່ຜູ້ກໍ່ເຫດຄາດຕະກຳ ຄຣິສຕິນ ແອງເຈລີກ້າ ດາເຊຣ້າ (Christine Angelica Dacera) ອະດີດນາງງາມ ຟິລິບປິນ ໄວ 23 ປີ, ຮອງອັນດັບ 1 Miss Silva Davao ປີ 2017 ທີ່ເສຍຊີວິດໃນໂຮງແຮມແຫ່ງໜຶ່ງໃນເມືອງມາກາຕີ້, ນະຄອນຫຼວງມະນິລາ, ປະເທດຟິລິບປິນ ເມື່ອວັນທີ 1ມັງກອນ 2021 ພາຍຫລັງສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ກັບເພື່ອນ.


ປະຈຸບັນເຈົ້າໜ້າທີ່ຕໍາຫຼວດກຳລັງສືບສວນສອບສວນຢ່າງເຄັ່ງຮ້ອນ ເພາະເປັນຂ່າວທີ່ສັງຄົມໃຫ້ຄວາມສົນໃຈຢ່າງຫລວງຫລາຍ ຈົນຕິດອັນດັບໜຶ່ງໃນ ທະວິດເຕີ ໃນຟີລິບປິນ ຈົນຕິດແຮັດແທັກດັງທວງຄວາມຍຸຕິທຳໃຫ້ ຄຣິສຕິນ #JusticeForChristineDacera ແລະ #ProtectDrunkGirls.


ຕໍ່ກັບເລື່ອງດັ່ງກ່າວ ແມນນີ້ ປາກຽວ ໃນນາມປະຊາຊົນທີ່ມີຊື່ສຽງຜູ້ໜຶ່ງຂອງປະເທດ ອອກມາເປັນກຳລັງໜຶ່ງໃນການທວງຄວາມຍຸຕິທຳໃຫ້ ຄຣິສຕິນ ໂດຍຕັ້ງລາງວັນນໍາຈັບຜູ້ກໍ່ເຫດຄາດຕະກຳຄັ້ງນີ້ 500.000 ເປໂຊ ຫລື ປະມານ 100 ລ້ານກວ່າກີບ.ສຳລັບ ຄຣິສຕິນ ແອງເຈລີກ້າ ດາເຊຣ້າ ເຮັດວຽກເປັນພະນັກງານຕ້ອນຮັບເທິງສາຍການບິນຂອງ ຟີລິບປິນ ແອລາຍ ຄອບຄົວຂອງ ຄຣີສຕິນ ມີສາຍສຳພັນດີເປັນການສ່ວນຕົວກັບ ແມນນີ້ ປາກຽວ.Photo: New York Post
