ດ່ວນໆມີການກວດພົບຂາຍນໍ້າມັນເກີນລາຄາ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາພະແນກການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ

ພາຍໃນເທດສະບານແຂວງບໍ່ແກ້ວ​ ພົບເຫັນ 2 ຫົວໜ່ວຍທຸລະກິດ ມີການຂາຍນໍ້າມັນເກີນລາຄາ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.

ສະນັ້ນ, ທາງເຈົ້າໜ້າທີ່ກວດກາຂອງພວກເຮົາຈຶ່ງໄດ້ສ້າງບົດບັນທຶກກັບເຈົ້າຂອງປຳ້ພອ້ມທັງໃສ່ກະແຈ,

ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວຂາຍຕໍເປັນການປິດການບໍລິການຊົ່ວຄາວ

ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດກອ່ນ ຈຶ່ງຈະອະນຸຍາດໃຫ້ເປີດບໍລິການຂາຍຄືນໃຫມ່.

ພົບເຫັນການຈໍາໜ່າຍ ຫຼື ຂາຍນໍ້າມັນເຊື້ອໄຟ

ເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ໂທແຈ້ງສາຍດ່ວນ 1510 ຫຼື ເຈົ້າໜ້າທີ່ກວດກາການຄ້າ 02055884442, 02059127300

ຂ່າວ: ຂະແໜງການຄ້າພາຍໃນ,​ ໜັງສືພິມບໍ່ແກ້ວ

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *