ອົດສະຕຣາລີ ນ້ຳຖ້ວມ ເລັ່ງຍົກຍ້າຍປະຊາຊົນ 32.000 ຄົນ

ຂ່າວ​ຕ່າງປະເທດລາຍງານວັນທີ 4 ກໍລະກົດ 2022 ນີ້ວ່າ:

ສຳນັກງານ​ກູ້​ໄພອົດ​ສະຕຣາລີ ເລັ່ງຍົກຍ້າຍ​ປະຊາຊົນ​ປະມານ 32.000ຄົນ ​ໃນ​ລັດ New South Wales ຫລັງ​ຈາກ​ ແມ່​ນ້ຳ​ຫລາຍ​ສາຍໄຫລ​​ໄວ ​ແລະ ​ແຮງ​ກວ່າ​ທີ່​ຄາດ​ໄວ້​ໃນ​ຫລາຍ​ພື້ນ​ທີ່ລະດັບ​ນ້ຳ​ສູງ​ກວ່າ​ທີ່​ເຄີຍຖ້ວມ​ໜັກ​ທາງ​ຝັ່ງ​ຕາ​ເວັນ​ອອກຂອງ​ອົດ​ສະຕຣາລີ ​ໃນ​ຮອບ2​ປີຜ່ານມາ.

ອົດ​ສະຕຣາລີ ຜະ​ເຊີນ​ກັບ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດຮຸນ​ແຮງ ຫລາຍ​ຄັ້ງທັງ​ໄພ​​ແຫ້ງ​ແລ້ງ,​ ໄຟ​ໄໝ້​ປ່າ ​ແລະ ນ້ຳຖ້ວມ

ຍ້ອນ​ຮູບ​ແບບສະພາບ​ອາກາດ​ທົ່ວ​ໂລກ​ມີ​ການ​ປ່ຽນ​ແປງ​ໄວຍິ່ງ​ອຸນຫະພູມ​ສູງ​ຍິ່ງ​ເຮັດ​ໃຫ້​ເກີດ​ຄວາມ​ຊຸ່ມຊື້​ນຫລາຍ ​ເກີດ​ຝົນຕົກ​ໜັກ​ຂຶ້ນ​ ກວ່າ​ເກົ່າ.

ໃນ​ເດືອນ​ມິຖຸນາ ຜ່ານ​ມາ ເກີດ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ກວ່າ 20​ຄົນ.ປັດຈຸບັນ ​ແມ່​ນ້ຳ​ຫລາຍ​ສາຍພວມ​ໄຫລ​ເຂົ້າຖ້ວມ​ ເຂດ​ທະ​ເລ​ສາບ Camden ທາງທິດຕາເວັນຕົກສຽງໃຕ້ຂອງຊິດນີຫລັງ​ຈາກ​ມີ​ການລະບາຍ​ນ້ຳ​ຈາກ​ເຂື່ອນ​Warragamba.

ຖະໜົນຫລາຍສາຍຈົມ​ຢູ່​ໃຕ້ນ້ຳ ລົດລາງພາຫະນະໄດ້ຈອດຢູ່ກາງນໍ້າຖ້ວມລະດັບຫົວເຂົ່າ ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອຜູ້​ທີ່​ໄດ້​ຮັບ ຜົນ​ກະທົບຈາກ​ໄພພິບັດທາງ​ທຳ​ມະ​ຊາດ​ຄັ້ງນີ້.​

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *