ການນໍາເມືອງອາດສະພອນ ລົງຕິດຕາມ-ກວດກາ ຜົນເສຍເຫຍທີ່ເກີດຈາກ ລົມພະຍຸພັດສິ່ງປຸກສ້າງຂອງປະຊາຊົນ ຢູ່ເຂດຈຸດສຸມ ໂນນມີໄຊວັນທີ 30 ກໍລະກົດ 2022 ທີ່ຜ່ານ
ມາ ທ່ານ ນາງ ບຸນທະລັງສີ ຄໍາມະນີວົງ ເຈົ້າເມືອງອາດສະພອນ ແລະ ທ່ານ ບຸນລັດ ລໍບານເຢັນ ປະທານອົງການ
ກວດກາ ພັກ-ລັດ ເມືອງ ທັງເປັນ ພ້ອມຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ : ທ່ານຫົວໜ້າຫ້ອງວ່າການເມືອງ,
ຫ້ອງ ການແຮງງານສະຫວັດດີການ-ສັງຄົມເມືອງ, ກໍາລັງ ປກຊ-ປກສ ພ້ອມພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ລົງຕິດ ຕາມ-ກວດກາ ສະພາບລົມພະຍຸພັດ ຢູ່ເຂດຈຸດສຸມ ໂນນ
ມີໄຊ.ເຫດການດັ່ງກ່າວໄດ້ເກີດຂຶ້ນ ໃນຕອນຄໍ່າຂອງວັນທີ 24 ມິຖຸນາ 2022 ທີ່ຜ່ານມານີ້ ໃນລະຫວ່າງ 6 ຫາ 7 ໂມງແລງ ໄດ້ເກີດມີລົມພະຍຸພັດຜ່ານ ເຂດຈຸດສຸມ ໂນນ
ມີໄຊ ເຊິ່ງລົມພະຍຸພັດເທື່ອນີ້ ແມ່ນແຮງກວ່າຫລາຍໆປີທີ່ຜ່ານມາ ແລະເປັນເວລາຫຼາຍສີບປີແລ້ວທີ່ບໍ່ພົບເຫັນລົມແຮງຄືດັ່ງກ່າວ ເຮັດໃຫ້ມີໝາກເຫັບໜ່ວຍໃຫຍ່ຕົກ
ເປັນຈໍານວນຫຼວງຫຼາຍ, ລົມພັດແຮງ ເຮັດໃຫ້ຕົ້ນໄມ້ຫັກ, ຕົ້ນໄມ້ລົ້ມ, ຖຽງນາ ຫັກ-ປິ້ນ, ກະເບື້ອງ-ສັງກະສີ, ຫຼັງຄາເຮືອນ, ເຫຼົ້າເຂົ້າ, ຮ້ານຂາຍເຄື່ອງ, ຕະຫຼາດ ແລະໂຮງໝໍນ້ອຍ ຫັກ ເປ້ເພ ເສຍຫາຍເປັນຈໍານວນຫຼວງຫຼາຍ ເຂດທີ່ໄດ້ຮັບຜົນກະທົບໜັກວ່າໝູ່ ແມ່ນມີ 2 ບ້ານ ໃນຈຸດສຸມ ໂນນມີໄຊ ຄື :
ບ້ານ ໂນນມີໄຊ ແລະ ບ້ານ ນານ້ອຍ ໃນນັ້ນມີ ປະຊາຊົນ 26 ຄອບຄົວໄດ້ຜົນກະທົບໜັກ ເຮືອນຊານ ເປ້ເພເສຍຫາຍ ນອກຈານີ້ກໍ່ຍັງມີໂຮງໝໍນ້ອຍໂນນມີໄຊ, ຕະ ຫຼາດຕັອງຜາໄຊ,
ຮ້ານຂາຍເຄື່ອງຕ່າງໆ ພ້ອມເສົາໄຟຟ້າ ຫັກ 3 ຕົ້ນ ແລະໄຮ່ນາ ຮົ້ວສວນ ຂອງປະຊາຊົນກໍ່ມີຕົ້ນໄມ້ຫັກທັບ ເປັນຈໍານວນຫຼວງຫຼາຍ ຈາກການສໍາຫຼວດໃນເບື້ອງຕົ້ນມູນຄ່າເສຍຫາຍຈາກສິ່ງປຸກສ້າງ ປະເພດ
ຖຽງນາ, ຫຼັງຄາເຮືອນ, ເລົ້າເຂົ້າ, ຮ້ານຂາຍເຄື່ອງ, ຕະຫຼາດ ແລະໂຮງໝໍນ້ອຍ ແມ່ນປະມານ 100 ກວ່າລ້ານກີບ.ຈາກນັ້ນ ການນໍາເມືອງ ແລະຈຸດສຸມ ກໍ່ໄດ້ປຶກສາຫາລືກັນ ເພື່ອຊອກວິທີຊ່ວຍຄອບຄົວປະຊາຊົນທີ່ໄດ້ຮັບຜົນເສຍຫາຍ
ໃນເບື້ອງຕົ້ນ ແລະທ່ານກໍ່ຍັງໄດ້ເນັ້ນຕື່ມອີກວ່າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ຄະນະພັກ ຄະນະຈຸດສຸມ
ຮີບຮ້ອນເກັບກໍາຂໍ້ມູນຄອບຄົວທີ່ເສຍຫາຍໃຫ້ລະອຽດ ເພື່ອຈະໄດ້ລາຍງານໃຫ້ຂັ້ນ ເທິງ ກໍ່ຄືຂະແໜງການທີ່
ຮັບຜິດຊອບ ເພື່ອຄົ້ນ ຄວ້າຊອກຫາທຶນ ງົບປະມານ ກໍ່ຄືເຄື່ອງອຸປະໂພກ ບໍລິໂພກ ເພື່ອມາຊ່ວຍປະຊາຊົນຄອບຄົວທີ່ຖືກຜົນກະທົບ ລົມພະຍຸພັດໃນຄັ້ງນີ້ໃຫ້ ທ່ວງທັນ
ວ່ອງໄວ ໃນຕໍ່ໜ້າ ການລົງມາ ຕິດຕາມ-ກວດກາ ສະພາບລົມພະຍຸພັດຜ່ານເຂດຈຸດສຸມ ໂນນມີໄຊ ຂອງການນໍາເມືອງ ອາດສະພອນ ໃນຄັ້ງນີ້ ກໍ່ຍັງໄດ້ນໍາເອົາເຄື່ອງ
ອຸປະໂພກ-ບໍລິໂພກ ປະເພດ ເຄື່ອງນຸ່ງຫົ່ມ ຈໍານວນ 30 ຖົງ ແລະເຂົ້າສານຈ້າວ ຈໍານວນ 10 ສອບ ເທົ່າກັບ 250 Kg ມາມອບໃຫ້ຄະນະພັກ ຄະນະຈຸດສຸມ ແລະຄອບຄົວທີ່ຖືກຜົນກະທົບຕື່ມອີກ ເພື່ອເປັນການຊ່ວຍເຫຼືອໃນເບື້ອງຕົ້ນ.
ຂ່າວ: ຫ້ອງການ ຖວທ ເມືອງອາດສະພອນ