ສປ ຈີນ ໄດ້ຕັດສິນໂທດປະຫານຊີວິດແກ່ອະດີດປະທານບໍລິສັດ China Huarong Asset Management Co. ໃນຂໍ້ສຸຈະລິດ ເຊິ່ງເປັນ 1 ໃນການພິພາກສາຮຸນແຮງທີ່ສຸດ ເນື່ອງຈາກການເດີນໜ້າຕໍ່ຕ້ານການສຸຈະລິດຂອງປະທານປະເທດ ສີຈິ້ນຜິງ.ທ່ານ Lai Xiaomin ເຊິ່ງດຳລົງຕຳແໜ່ງປະທານ Huarong ກ່ອນຈະຖືກສອບສວນໃນປີ 2018 ໄດ້ຖືກຕັດສິນປະຫານຊີວິດໃນຂໍ້ຫາຮັບສິນບົນຈຳນວນ 1,79 ພັນລ້ານຢວນ (277 ລ້ານໂດລາ) ໃນລະຫວ່າງປີ 2008 ແລະ 2018 ຕາມທີ່ການພິຈາລະນາຄະດີຂອງ

ສານເມືອງທຽນຈິນກ່າວ ແລະ ຊັບສິນສ່ວນບຸກຄົນທັງໝົດຂອງທ່ານຈະຖືກຢຶດ.ການລົງໂທດປະຫານຊີວິດຖືເປັນເລື່ອງຜິດປົກກະຕິສຳລັບຂໍ້ຫາສໍ້ລາດບັງຫລວງໃນປະເທດຈີນ, ເຖິງວ່າອະດີດຮອງເຈົ້າເມືອງໃນແຂວງຊານຊີຈະເຄີຍຖືກຕັດສິນປະຫານຊີວິດໃນປີ 2018 ແລະການເຄື່ອນໄຫວດັ່ງກ່າວເປັນການເນັ້ນເຖິງຈຸດຢືນທີ່ແຂງແກ່ນຂອງພັກກອມມູນິດ

ໃນເລື່ອງການສໍ້ລາດບັງຫລວງໃນລັດຖະບານ ແລະ ຜູ້ບໍລິຫານອົງການ ເຊິ່ງມີເຈົ້າໜ້າທີ່ຂອງລັດຫລາຍກວ່າ 1,5 ລ້ານຄົນຖືກລົງໂທດ. ເຖິງຢ່າງໃດກໍຕາມ, ນັບແຕ່ປີ 2016 ທີ່ຈີນໄດ້ເພີ່ມກົດເກນການລົງໂທດປະຫານຊີວິດທີ່ກ່ຽວຂ້ອງກັບການສໍ້ລາດບັງຫລວງເປັນ 3 ລ້ານຢວນຈາກ 100.000 ຢວນ, ແຕ່ພວກເຂົາເກືອບບໍ່ມີການໃຊ້ບົດລົງ

ໂທດດັ່ງກ່າວເລີຍຈົນມາຮອດປີ 2018.ສານກ່າວໃນຖະແຫລງການວັນທີ 5 ມັງກອນວ່າ: ພຶດຕິກຳຂອງ Lai ຖືເປັນໄພຕໍ່ຄວາມໝັ້ນຄົງທາງການເງິນ ແລະ ສະຖຽນລະພາບທາງການເງິນຂອງປະເທດ, ເຖິງວ່າການໃຫ້ການຮ່ວມມືທີ່ສຳຄັນຂອງລາວໃນການໃຫ້ເບາະແສກ່ຽວກັບຄວາມຜິດທາງອາຍາກໍບໍ່ພຽງພໍຈະໄດ້ຮັບການຜ່ອນໂທດ.Lai ເຄີຍເຮັດວຽກຢູ່ທະນາຄານກາງ ແລະ ໜ່ວຍງານເບິ່ງແຍງດ້ານການທະນາຄານຂອງຈີນ.