ຂັບລົດຂົນຄັນຊາ ຕຳລົດຈັກຫວຽດນາມ.
ໃນເວລາ 14:40 ໂມງຂອງວັນທີ 27 ມີຖຸນາ 2022 ຜ່ານມາ
ພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ລົດກວດສະຖານທີ່ເກີດເກດມີອຸບັດຕິເຫດຕຳລົດຈັກທີ່
ສາມແຍກ ເຂດບ້ານລຳມະລາດ ເສັ່ນທາງເລກທີ 13 ໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ.
ອຸບັດຕິເຫດ ເກີດຂຶ້ນລະຫວ່າງລົດຕູ້ ຕຳລົດຈັກ ພາໃຫ້ມີຄົນເສຍຊິວິດຄາທີ່ 1 ຄົນ ( ສັນຊາດຫວຽດນາມ )
ຈາກນັ້ນ ເຈົ່າຫນ້າທີ່ເຂົ້າກວດຄົ້ນລົດ ພົບເຫັນຄັນຊາອັດແທ່ງຈຳນວນ 05 ເປົາ,ເທົ່າກັບ 101Kg ທີ່ຊຸກເຊື່ອງໄວ້ທີ່ລຸ່ມເບາະນັ່ງຂອງລົດ.
ຜ່ານການສອບສວນ ຜູ້ຖືກຫາຊື່ ທ້າວ ເຄນໝັ້ນ ອາຍຸ 27 ປີ,
ປະຊາຊົນບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ຄັນຊາອັດແທ່ງ ຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້.



ຂ່າວ:ພັນຊະນະ