ນໍ້າມັນກາຊ່ວນ ປຸງແຕ່ງຈາກໂຮງງານຍອດງື່ມມີກິ່ນຂີວ. …………
ຜູ້ຊົມໃຊ້ນໍ້າມັນ ພາຍໃນເທດສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ສົງໄສກ່ຽວກັບນໍ້າມັນກາຊ່ວນ
ຕໍ່ບັນຫາດັ່ງກ່າວ ໃນວັນທີ 4 ກໍລະກົດ 2022 ທີ່ຜ່ານມາ ກະຊວງອຸດສະຫະກຳ ແລະ ການຄ້າ ສົມທົບ ກັບແຂວງ ໄດ້ລົງກວດບັນດາປໍ້ານໍ້າ;
ຜ່ານກວດ ແລະ ວັດແທກ ເຫັນວ່ານໍ້າມັນ ແມ່ນໄດ້ຄຸນນະພາບ ແລະ ມາດຕະຖານແຫ່ງ ຊາດ ທີ່ໄດ້ກຳນົດໄວ້,
ສາເຫດທີ່ມີກິ່ນຂີວ ຍ້ອນໂຮງງານປຸງແຕ່ງ ໄດ້ເຕີມຫົວເຊື້ອ ນໍ້າມັນກາຊ່ວນ ຊະນິດ ” ຊີເທນເອັມພາວເວິ້ ” .
ເຊິ່ງຫົວເຊື້ອດັ່ງກ່າວ ແມ່ນບໍ່ໄດ້ສ້າງຄວາມເສຍຫາຍຫຍັງໃຫ້ເຄື່ອງຈັກ,
ແຕ່ໃນທາງກັບກັນຫົວເຊື້ອ ໄດ້ສົ່ງຜົນດີໃຫ້ເຄື່ອງຈັກໃນການເຜົາໄຫມ້ ແລະ ລະບົບຫົວຊີດນຳອີກ. ……
ດັດແກ້ຈາກ: ວິທະຍຸ- ໂທລະພາບຊຽງຂວາງ.



ຄລິບ