ກົມອຸຕຸນິຍົມແລະອຸທົກກະສາດ ລາຍງານວ່າ: ພະຍາກອນອາກາດປະຈຳວັນທີ ວັນທີ 09 ກໍລະກົດ 2022 ຮ່ອງຄວາມກົດດັນອາກາດຕໍ່າຍັງຈະພາດຜ່ານຢູ່ເຂດພາກເໜືອຂອງປະເທດລາວ,
ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກຕື່ມອີກ ແລະ
ຕົກໜັກພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 09/07/2022 ຫາ ເວລາ 07 ໂມງຂອງວັນທີ 10/07/2022. ພາກເໜືອດ້ານຕາເວັນອອກ:
(ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ.
ອຸນຫະພູມໃນລະຫວ່າງ 17 – 29 ອົງສາ.ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ
ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 33 ອົງສາ.ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ
ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ທ
ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 21– 32 ອົງສາ
.ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 16 – 22 ອົງສາ
.ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 75% ຂອງພາກ.
ອຸນຫະພູມໃນລະຫວ່າງ 23 – 28 ອົງສາ.ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 17 – 25 ອົງສາ.