#ຂໍ້ມູນອີກດ້ານຂອງເຈົ້າຂອງລົດ >>ໃນນາມເຈົ້າຂອງລົດຂໍອອກມາຊີ້ແຈ້ງທີ່ມາທີໄປຂອງເລື່ອງຂາຍປີ້ໃຫ້ກັບລູກ
ຂອງເອື້ອຍ Vilaisan Viengluang 1/ຜູ້ກ້ຽວໄດ້ຊື້ປີ້1ໃບຈາກຄິວສະຫວັນພ້ອມລູກສາວອາຍຸປະມານ10ປາຍປີ2/ລົດໄດ້ອອກຈາກຄິວຄົນເກັບເງີນໄປກວດປີ້ໂດຍສານທຸກຄົນແລະເຫັນວ່າລູກ
ຂອງເອື້ອຍໃຫຍ່ແລ້ວຈະໄດ້ຂາຍປີ້ໃຫ້ຖ້າຄົນຂື້ນລົດລູກເອື້ອຍຈະໄດ້ນັ່ງສະບາຍ
ຫລືເອື້ອຍຈະອຸ້ມນັ່ງນຳ?3/ລົດຮອດຄິວເຊໂນມີຄົນໂດຍສານຈຳນວນຫລາຍໄດ້ທະຍ່ອຍຂື້ນລົດຊື້ປີ້ບ່ອນນັ່ງ
ຈົນເຫລືອບ່ອນສຸດທ້າຍທີ່ລູກສາວລາວນັ່ງຄົນເກັບເງີນຈື່ງໄດ້ພາຄົນໂດຍສານຍ່າງໄປ
ພໍໄປຮອດລາວໄດ້ເອີຍຖາມຄົນເກັບເງີນກ່ອນວ່າປີ້ລູກຂ້ອຍທໍ່ໃດ?
ທາງເຮົາໄດ້ຕອບ130000₭ລາຄາດຽວຜູ້ນ້ອຍຜຸ້ໃຫຍ່ແມ່ນຂາຍຕາມບ່ອນນັ່ງ ແລະລາຄາຄິວ!ລາວຕໍ່110000₭ແຕ່ພວກເຮົາບໍ່ໄດ້ລຸດເພາະເປັນລາຄາຂາຍຕາມຄິວ
ຕອນຂາຍໃຫ້ເຮົາຍັງຢູ່ໃນເຊໂນ4/ການທີ່ຂາຍປີ້ເພີ່ມນຳທາງໃຫ້ລາວຍ້ອນຄົນເກັບເງີນໄປກວດປີ້ຄົນໂດຍສານເຫັນວ່າ
ລູກລາວໃຫຍ່ສົມຄວນທີ່ຈະຂາຍປີ້ໃຫ້ເພາະລາວຊື້ບ່ອນນັ່ງບ່ອນດຽວແລະຄົນໂດຍ
ສານເຮົາເຕັມເຮົາກະຕ້ອງໄດ້ໃຫ້ສິດຜູ້ທີ່ຊື້ປີ້ທາງເຮົາກະບໍ່ໄດ້ບັງຂັບລາວລາວເອງ
ກະພໍໃຈຈ່າຍເງີນຊື້ປີ້ໃຫ້ລູກລາວ5/ອອກລົດມາຕາມສາຍທາງມີຄົນໂດຍສານລັດພວກເຮົາກະຕ້ອງໄດ້ຮັບລະໄດ້ໃຊ້ຕັ່ງ ເສີ່ມແຕ່ບໍ່ໄດ້ໃຫ້ໃຜໄປນັ່ງຮ່ວມເບາະນັ່ງຂອງລາວ6/ຄ່າເຂົ້າສານແລະເຄື່ອງທາງລົດແມ່ນໄດ້ເກັບຖ້າເຂົ້າ30ໂລຂື້ນໄປຫລືເຄື່ອງຫລາຍ
ເກີນ2ຖົງຂື້ນໄປ7/ແອັດລົດໄລ່ໃຫ້ເກັບຂີ້ເຍື້ອ!ຂື້ເຍື້ອແມ່ນຂີ້ເຍື້ອທີ່ເຮ່ຍບ່ອນນັ່ງລາວເອງ ທີ່ວ່າໃຫ້ເກັບຖົງຮາກແມ່ນບອກຄົນນັ່ງທາງຂ້າງລາວທີ່ເຂົາຮາກໃຫ້ເຂົາເອົາໄປຖີ້ມ!
ຕາມສະຖານທີ່ເຮົາໄດ້ຈອດເບົານຳທາງເຮົາບໍ່ໄດ້ບອກລາວເກັບ8/ເກັບຄົນຂື້ນຍັດສຳຂັງໜູໂຕນີ້ທາງເຮົາໄດ້ໃຊ້ຕັ່ງເສີ່ມ10ໜ່ວຍລະຄົນຂື້ນກະມີຄົນ
ລົງວຽງລົງນຳທາງແນ່ແຕ່ບໍ່ໄດ້ໄປບຽດລາວກັບລູກ9/ການທີ່ເຈົ້າຂື້ນລົດຂ້ອຍຖ້າບໍ່ເຂົ້າໃຈຫລືບໍ່ພໍໃຈກະໜ້າຈະຖາມແຕ່ແລກເພາະແຕ່ ຄິວສະຫວັນຫາເຊໂນໄລຍະ
ທາງ30ຫລັກ!ແຕ່ນີ້ເອື້ອຍຮອດຈຸດໜາຍປາຍທາງ ລະເອື້ອຍມາໂຟດລົງເສຍໆຫາຍໃຫ້ທາງເຮົາມັນກະບໍ່ສົມູນ!ເອື້ອຍໜ້າຈະຖາມເຮົາ
ແຕ່ຢູ່ເຊໂນເພາະເອື້ອຍມີສິດຈະໄປຕໍ່ຫລືລົງລົດກະໄດ້(ໂຕນີ້ກະຝາກໃຫ້ເອື້ອຍຄິດໃສ່ໃຈເພີ່ນໃຈໂຕບໍ່ຢາກໃຫ້ເປັນນັກເລງຄີບອດເຮົາເວົ້າພາສາ

ດຽວກັນເຮົາລົມກັນໄດ້ມີຫຍັງບໍ່ຈະບໍ່ແຈ້ງ)ສຸດທ້າຍທາງເຮົາກະຂໍໃຫ້ເອື້ອຍເຂົ້າມາພົບເຮົາຢູ່ຫ້ອງການສະຖານີຄິວລົດເມສາຍໃຕ້ເພື່ອໄຂ້ຂໍ້ຂອງໃຈຂອງສັງຄົມທີ່ກຳລັງໂຈມຕີອີກຝ່າຍໂດຍທີ່ໄດ້ຟັງແຕ່ຝ່າຍດຽວເວົ້າ

ເບີ
ໂທ57926565ຕິດຕໍ່ກັບຫາພວກເຮົາແນ່ເດີເອື້ອຍ Vilaisan Veingluang<<
#Cr:Sou Lovehttps://www.facebook.com/100045099138548/posts/573268177519815/