ເລີ່ມມື້ນີ້ແລ້ວເດີ້! ສາມາດຍື່ນໃບຄຳຮ້ອງໄດ້ 6 ແຂວງດັ່ງນີ້

ປະກາດ ເຖິງ: ບັນດາທ່ານ ທີ່ເຄົາລົບ ແລະ ນັບຖື. ເລື່ອງ: ການຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ຢູ່ທີ່ບັນດາ 6 ແຂວງນີ້

ເພື່ອແກ້ໄຂສະພາບຄວາມແອອັດໃນການໄປເຮັດຫລື ໄປຍື່ນຄຳຮ້ອງເຮັດຫນັງສື່ຜ່ານແດນຢູ່ນະຄອນຫລວງວຽງຈັນໂດຍສະເພາະຢູ່ກົມກງົສູນນະຄອນຫລວງວຽງຈັນ, ເຮັດໃຫ້ເກີດຄວາມບໍ່ເປັນ ລະບຽບຮຽບຮ້ອຍ,

ມີບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ, ລວມໄປເຖິງການປະຫຍັດຄ່າໃຊ້ຈ່າຍໃນການເດີນທາງ,

ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນນະຄອນຫລວງ).

ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ, ທ່ານສາມາດ ຍື່ນຄຳຮ້ອງເຮັດຫນັງສື່ຜ່ານແດນ ຫລື passport ໄດ້ໃນບັນດາແຂວງນີ້:

– ແຂວງ ອຸດົມໄຊ,

– ແຂວງ ໄຊຍະບູລີ,

– ແຂວງຊຽງຂວາງ,

– ແຂວງຄໍາມ່ວນ,

– ແຂວງ ສະຫວັນນະເຂດ

– ແຂວງ ຈໍາປາສັກ,

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວ ຂ້າງເທີງນີ້ຈົ່ງໃຫ້ການຮ່ວມມືດ້ວຍ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມທາງຄວນດ້ວຍ.

ແຈ້ງການ

ຊົມຄລີບຄວາມແອອັດໃນການເຮັດຫນັງສື່ຜ່ານແດນຢູຸ່ ກົມກົງສູນນະຄອນຫລວງວຽງຈັນ

ຄລິບ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *