ເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ສະຫະພັນບານເຕະແຫ່ງຊາດລາວ
(ສຕລ) ໄດ້ມອບເງິນຈຳນວນ 300.000.000 ກີບ
ໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ ຊະນະ 4 ນັດ
ໂດຍບໍ່ເສຍໃຫ້ ທີມໃດ ໃນຮອບແບ່ງກຸ່ມ ແລະ ເງິນຈຳນວນ 100.000.000 ກີບ ທີ່ຊະນະໃນນັດທີ 2,
ລວມເງິນສະຫນັບສະຫນູນ ທີມຊາດລາວ ໄດ້ຮັບ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເປັນ ຈຳນວນເງິນທັງຫມົດ 400.000.000 ກີບ.
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຮອງຊະນະເລີດ
ຈະພົບກັບ ທີມຊາດໄທ ຈະແຂ່ງຂັນ ໃນວັນທີ 13 /07/2022 ເວລາ 20:00
ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga.ຂໍໃຫ້ແຟນບານຈາກທາງບ້ານສົ່ງກຳລັງໃຈເຊຍ ແລະ ແຟນບານຊາວລາວ
ຢູ່ທີ່ປະເທດອິນໂດເນເຊຍ ເຊຍຕິດຂອບສະຫນາມ ເພື່ອໃຫ້ກຳລັງໃຈ ທີມຊາດລາວ.

ຂອບໃຈຂໍ້ມູນ-ພາບ: ສຕລ