ຈ່າຍ 1 ແສນ ແລກກັບຕໍ່ແຖວ ເຮັດ Passport
ຈາກເຟສບຸກຂອງຜູ້ຊື່ Park Junhee ໄດ້ເວົ້າວ່າ”ປະສົບການ ເຮັດPassport ກົມກົງສຸນນະຄອນຫຼວງວຽງຈັນ.
ໃນເວລາ 2 ໂມງເຊົ້າຂອງວັນທີ11/7/2022, ຂ້ອຍໄດ້ໄປຕໍ່ແຖວນຳໝູ່ຢູ່ໜ້າກົມກົງສູນເພື່ອລໍຖ້າຮັບບັດຄິວ,
ຕອນນັ້ນມີຄົນມາກ່ອນພຽງ 13 ຄົນເທົ່ານັ້ນ,(ນັບຄັກແນ່) ຂ້ອຍຕ້ອງແມ່ນຄົນຖັດມາ,
ແຕ່ມີນາຍໜ້າ 2 ຄົນຍ່າງມາບອກວ່າ ຢູ່ນີ້ພວກມັນຈອງໄວ້ແລ້ວໂດຍທີ່ພວກມັນເອົາສາດມາປູປະໄວ້ຊື່ໆ, ມັນບອກໃຫ້ຂ້ອຍໄປຕໍ່ແຖວທາງຫຼັງ.
ຄັນຢາກຕໍ່ແຖວບ່ອນນີ້ແມ່ນເສຍເງິນຄົນລະ 100.000 ກີບ, ມັນຍັງບອກອີກວ່າຜົວມັນເຮັດວຽກຢູ່ນີ້,
ຫຼາຍຄົນແມ່ນເຮັດຕາມທີ່ພວກມັນບອກ
, ຫຼາຍຄົນກະຈ່າຍເງິນໃຫ້ພວກມັນຄືກັນ,


ສຸດທ້າຍຂ້ອຍໄດ້ທີ 200 ປາຍ”