ເຈົ້າໜ້າທີ່ ໄດ້ຈັບກຸມແກ້ງລັກເຫຼັກລາງລົດໄຟ ໄດ້ແລ້ວ 9ຄົນ.ໃນເດືອນມິຖຸນາ 2022 ຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ສົມທົບກັບ ປກສ ກຸ່ມ VI ໄຮ່ຄຳ ແລະ ຕຳຫຼວດໜ່ວຍງານທາງລົດໄຟ ໄດ້ນຳກຳລັງວິຊາສະເພາະລົງແກ້ໄຂ ແລະ ມ້າງກຸ່ມແກ້ງລັກເຫຼັກລາງລົດໄຟ ໄປດຳເນີນຄະດີ ແລະ ໃນນັ້ນ ສາມາດຈັບຕົວພວກຖືກຫາໄດ້ 9 ຄົນຄື:
ທ້າວ ຍັນ ອາຍຸ 22 ປີທ້າວ
ບຸນມີ ຫຼື ແຫຼ້ ອາຍຸ 36 ປີທ້າວ
ບຸນເຖິງ ຫຼື ນາຍ ອາຍຸ 40 ປີ
ທ້າວ ບຸນທະວີ ຫຼື ແຂກ ອາຍຸ 31 ປີ
ທ້າວ ທອງດຳ ຫຼື ດຳ ອາຍຸ 31 ປີ
ທ້າວ ຝອດ ອາຍຸ 16 ປີ
ທ້າວ ສົມຄິດ ຫຼື ຈີນ ອາຍຸ 31 ປີ
ທ້າວ ແຈັກ ອາຍຸ 22 ປີ
ທ້າວ ອາລີ ອາຍຸ 23 ປີ
ໃນນັ້ນ ຜູ້ກ່ຽວໄດ້ມີການເຄື່ອນໄຫວເສບຢາບ້າ ແລະ ໄດ້ຮ່ວມກັນເຄື່ອນໄຫວລັກຊັບປະເພດເຫຼັກລາງລົດໄຟ ແລ້ວໄປຂາຍຮ້ານຮັບຊື້-ຂາຍເຫຼັກ ເພື່ອນຳເງິນມາຊື້ຢາເສບຕິດ ແລະ ໃຊ້ຈ່າຍຟຸມເຟືອຍ.
ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ລວມມີ ເຫຼັກລາງລົດໄຟຈຳນວນ 14 ອັນ ແລະ ຝາປົກຄອງ 2 ອັນ, ແລະໄດ້ມີການສືບສວນ-
ສອບສວນຮ້ານຮັບຊື້-ຂາຍເຫຼັກນັ້ນທີ່ບໍ່ມີເອກະສານດຳເນີນທຸລະກິດທີ່ຖືກຕ້ອງ ແລະ ດຳເນີນຄະດີຕາມກົດລະບຽບ.ແຫຼ່ງຂ່າວຈາກ ຄວາມສະຫງົບ
