#ກູ້ໄພຄືພວກເຮົາກໍ່ເຈີວິກິດໜັກນຳ້ມັນລົດແພງ🥺
🥹ຂາດສະບຽງອາຫາຂາດການຊ່ວຍເຫຼືອ.
ທັງປ່ຽນກັນຕິດໂຄວິດ ທັງພະນັກງານອາສາເຈີອຸບັດຕິເຫດ ທັງປັນຫາຄົນຂີ່ລົດມາຕຳກູ້ໄພ ເຈີບັນຫາສາລະພັດ ຍັງມາພົບບັນຫາຂາດນ້ຳມັນອີກປັນຫານຳ້ມັນຂື້ນຈາກເຄີຍໃສ່ເຕັມຖັງ7-8ແສນຕອນນີ້ລ້ານປາຍ ສອງສາມມື້ໃສ່ ບໍ່ໃສ່ກໍ່ບໍ່ມີນຳ້ມັນລົດຮັບຄົນເຈັບ ບໍ່ມີນຳ້ມັນ ດຽວກະຖືກສັງຄົມໂຈມຕີ ດ່າ ປະຈານ ໂພສເວົ້າໃສ່ຮ້າຍກູ້ໄພ ຕ່າງໆນານາ ວ່າບໍ່ຊ່ວຍມີລົດກະຈອດໄວ້ຊື່ໆຄືຜ່ານມາທີ່ທ່ານເຫັນ
ຕອນນີ້ນຳ້ມັນລົດແພງ ເງີນເຕີມກະບໍ່ມີ ຫາທາງໃດກະຂອດໃສ່ມາເຕີມ ແຖມລົດກະມາເພໝໍ້ໄຟກະຫມົດເບັກກະດ້ານ ນັບແຕ່ໂຄວິດມາ ພວກເຮົາຮັບໃຊ້ສັງຄົມ ບໍ່ຢຸດເລີຍຂະຫນາດລົດໃໝ່ໆກະຈົນວ່າເພ ຕອນນີ້ເຮົາຜູ້ຢືນກາງຊ່ວຍສັງຄົມນັບຕັ້ງແຕ່ມື້ແລກທີ່ກ້າວຂາເຮັດກູ້ໄພມາ
ຈົນເຖີງປະຈຸບັນ ກໍ່ຍັງປະຕີບັດຫນ້າທີ່ແບບບໍ່ໄດ້ພັກໄດ້ຜ່ອນແລະບໍ່ຢຸດຢັ້ງເລີຍ ສົ່ງຟຮີ ຮັບຟຮີ ແບບບໍ່ເຄີຍຮຽກຮ້ອງ ແລະປະຕິບັດຕາມຄຳປະຕິຍານຕົນ ທຸ້ມເທທັງແຮງກາຍແຮງໃຈ ສະຕິປັນຍາ ແລະ ຊັບສີນເພື່ອຮັບໃຊ້ສັງຄົມຮອດທຸກມື້ນີ້ພວກເຮົາເຈີບັນຫາ ຂາດການສະໜັບສະຫນູນ ຂາດການສົ່ງເສີມ ຂາດຄົນສະປ້ອນເຊີຈາກຮ້ານແລະບໍລິສັດ
ຂາດປັດໃຈແປງລົດແລະໃສ່ນຳ້ມັນ ດັ່ງນັ້ນຈື່ງຂໍວອນສື່ສັງຄົມ ພໍມີຈິດໃຈຍ້ອນກັບຊ່ວຍພວກເຮົາໄດ້ບໍ່ ຄົນລະນ້ອຍກໍ່ຍັງດີ
ພໍໃຫ້ເຮົາຮູ້ເຮົາເຫັນວ່າສັງຄົມຫຍັງໃຫ້ຄວາມເມດຕາແລະເຫັນຄວາມສຳຄັນຂອງການກອບກູ້ເອົາຊີວີດອີນຊີຄົນທີ່ເກີດອຸບັດເຫດຕ່າງໆທີ່ເກີດຂື້ນໃນສັງຄົມເອົາໃນປະຈຸບັນນີ້ສະນັ້ນຈື່ງຂໍວອນຜູ້ໃຈບຸນທັງຫຼາຍຊ່ວຍເພື່ອເປັນຂັວນແລະກຳລັງໃຈໃຫ້ເຮົາປະຕີບັດຫນ້າທີ່ດ້ວຍການບໍ່ທໍ້ຖອຍ ເປັນແຮງໃຈຊ່ວຍເຮົາດ້ວຍເຖີດ

..

ທ່ານໃດຢາກຊ່ວຍເຫຼືອໜ່ວຍງານສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.
ຄລິບ
ຂໍມູນເພີມເຕີມໂທ:020 5669 1624.