ຄົນລາວເຮົາກໍ່ມີຄົນເກັ່ງຄືກັນເດ້ນີ້ເນາະ 😍 ຂໍແຕ່ໃຫ້ໂອກາດ ໃຫ້ເວທີໄດ້ສະແດງສັກຂະຍະພາບເພື່ອໃຫ້ມີໂອກາດໄດ້ພັດທະນາໂຕເອງໄປພ້ອມໆກັນ.
ຫວັງວ່າໃນຫລາຍຂະແຫນງການອື່ນໆກໍຈະໄດ້ໃຫ້ໂອກາດ ຜູ້ມີຄວາມຮູ້ຄວາມສາມາດໄດ້ສະແດງຄວາມສາມາດແລະພັດທະນາໂຕເອງໄປພ້ອມເຊັ່ນດຽວກັນ ເພື່ອເຮັດແນວໃດ
ໃຫ້ເຍົາວະຊົນເຮົາມີຄວາມຫວັງ ແລະຈະຕັ້ງໃຈຮຽນເອົາຄວາມຮູ້ແບບຮູ້ອີ່ຫລີ ບໍ່ແມ່ນຊື້ຈ້າງເຂົ້າຫລືກ່າຍກັນຂື້ນ😅 (ເວົ້າແບບນີ້ວິນຍານຄວາມທີ່ເປັນຄູເລີ້ມອອກມາອີກລະ😅)
ພັດທະນາໂຕເອງຮອບດ້ານທັງດ້ານຄຸນນະທຳ ຈັນຍາບັນ ຄຸນສົມບັດ ນໍ້າໃຈຊື່ສັດບໍລິສຸດຕໍ່ຊາດບ້ານເມືອງ ເພື່ອໄດ້ມີໂອກາດມາພັດທະນາບ້ານເມືອງເຮົາໃນຍຸກເສດຖະກິດທີ່ມີການແຂ່ງຂັນນັບມື້ນັບຮຸນແຮງຂື້ນທຸກມື້.
ເຖິງເວລາແລ້ວຫລືຍັງທີ່ລະບົບການສຶກສາລາວເຮົາຈະຕ້ອງປະຕິຮູບໄປສູ່ຄຸນນະພາບຢ່າງເດັດຂາດ? 🙏
ຜ່ານມາກໍໄດ້ມີຄວາມພະຍາຍາມມາຕະຫລອດແຕ່ຖ້າໃສ່ເກັຍເລ່ງຕື່ມແມ່ນຄົງຈະດີບໍ່ນ້ອຍຄາດຫວັງຜົນ 10-20 ປີຂ້າງຫນ້າ😊.
ຊົມເຊີຍນ້ອງນູ່ງລູກຫລານນັກກິລາ U19 ລາວຢ່າງສຸດໃຈ 😘😘😘 ຂໍເປັນກຳລັງໃຈໃຫ້ທຸກຄົນ ສູ້ໆເດີ້ລູກຫລານ✌️✌️😍😍😍♥️♥️♥️🇱🇦🇱🇦🇱🇦
#ກິລາລາວສູ້ໆ
ທີ່ມາ ທ່ານ ນາງວາລີ