ຈັບຜູ້ແອບອ້າງແລກປ່ຽນເງິນຜ່ານອອນລາຍ

ຈັບຜູ້ແອບອ້າງແລກປ່ຽນເງິນຜ່ານອອນລາຍ .

ໃນວັນທີ 6 ກໍລະກົດ 2022 ເຈົ້າຫນ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຈັບຕົວນາງ ກ່າເຊຍເຮີ ອາຍຸ 18 ປີ ກໍາມະກອນ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ໃນຂໍ້ຫາສໍ້ໂກ້ງຊັບພົນລະເມືອງ ແອບອ້າງແລກປ່ຽນເງິນທາງອອນລາຍ.

ພັທ ບຸນແລວ ແກ້ວວັນນາ ຫົວຫນ້າ ປກສ ກຸ່ມຫ້ວຍຈຽມ ໃຫ້ຂໍ້ມູນວ່າ : ຜູ້ກ່ຽວໃຊ້ເລ້ຫຼ່ຽນດ້ວຍ ການນຳໃຊ້ເຟສບຸກທີ່ມີຊື່ວ່າ

Sannaphakham ໂຄສະນາຊວນເຊື່ອ ອ້າງ

ງວ່າເປັນເຟສບໍລິການຮັບແລກປ່ຽນເງິນຕາ ຜ່ານທາງສື່ສັງຄົມອອນລາຍ ວ່າມີຄວາມສະດວກສະບາຍ ແລະ ໄດ້ຮັບຄ່າອັດຕາ

ແລກປ່ຽນສູງ, ພາຍຫຼັງນຳໃຊ້ເຟສດັ່ງກ່າວ ມາໄດ້ໄລຍະໜຶ່ງມີຄົນຫຼົງເຊື່ອ ແລ້ວໂອນເງິນເຂົ້າບັນຊີໃຫ້ 3.000.000 ກີບ,

100.000 ບາດ ແລະ 300 ໂດລາ ເຂົ້າບັນຊີຂອງ ນາງ ກ່າເຊຍເຮີ ຫຼັງຈາກເງິນຖືກໂອນເຂົ້າບັນຊີ ກໍໄດ້ປິດການນຳໃຊ້ເຟສທຸກຊ່ອງທາງ ແລະ ເອົາຕົວຫຼົບໜີ.

ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ກໍໄດ້ເກັບກຳຂໍ້ມູນຫຼັກຖານ ຮ່ວມກັບທະນາຄານ ຈິ່ງສືບຮູ້ໄດ້ວ່າ ເປັນບັນຊີຂອງຜູ້ກ່ຽວ,

ຕໍ່ມາ ຈຶ່ງໄລ່ຊອກ-ໄລ່ຈັບ ໄດ້ຜູ້ຖືກຫາ ຊື່ ນາງ ກ່າເຊຍເຮີ ໄດ້ຢູ່ເຮືອນຍາດພີ່ນ້ອງ ບ້ານສົມສະໄໝ ເມືອງໄຊທານີ ດຳເນີນຄະດີຕາມລະບຽບກົດຫມາຍ.

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *