ກ່ອນລົງແຂ່ງຂັນ AFF U19 CHAMPIONSHIP 2022 ນັດຊິງຊະນະເລີດ ທີມຊາດລາວ ພົບ ທີມຊາດມາເລເຊຍ ຕອນແລ້ງມື້ນີ້ ເວລາ 8:00 ໂມງ,
ພູນິນ ໄຊຍະສອນ ເບີ 12 ຜູ້ຮັກສາປະຕູ ທີມຊາດລາວ ໜັ້ນໃຈເຕັມຮ້ອຍ.ພູນິນ ໄຊຍະສອນ (ຕູ້ມ) ເບີ 12 ຜູ້ຮັກສາປະຕູ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ສັງກັດສະໂມສອນ EZRA ກ່າວວ່າ:
ມີຄວາມພູມໃຈ ແລະ ດີໃຈທີ່ມີສ່ວນຮ່ວມໃນທີມຊຸດນີ້ ມີຄວາມຕື່ນເຕັນແດ່ໜ້ອຍໜຶ່ງໃນເກມພົບກັບທີມຊາດໄທ ແລະ ຈາກທີ່ພວກເຮົາຍິງປະຕູຂຶ້ນນຳໄດ້ທຳອິດມັນກໍຜ່ອນຄ້າຍຄວາມກົດດັນອອກໄປ ແລະ ເຮັດໃຫ້ທີມຄວບຄຸມເກມໄດ້.ພູນິນ ເວົ້າຕື່ມວ່າ:
ກ່ອນຕົນເອງ ຈະເຂົ້າສັງກັດສະໂມສອນ EZRA ແມ່ນໄດ້ເຕະຢູ່ສະໂມສອນສະຫວັນເຊັນເຕີ ເປັນສະໂມສອນນ້ອຍໆທີ່ເຕະຢູ່ໃນບ້ານ ແລ້ວກໍມີທາງສູນກິລາລົງໄປຄັດເລືອກ ແລະ ຜູ້ໃຫຍ່ກໍໃຫ້ໂອກາດຈົນມາຮອດທຸກມື້ນີ້
. ພ້ອມທັງຂອບໃຈພໍ່ແມ່ທີ່ຄ່ອຍສະໜັບສະໜູນ, ຂອບໃຈສູນກິລາ EZRA ທີ່ໃຫ້ກຳລັງໃຈ ແລະ ສະໜັບສະໜູນມາໂດຍຕະຫຼອດ.
ສ່ວນເກມນັດຊິງຊະນະເລີດ ພົບກັບ ທີມຊາດມາເລເຊຍ ໃນຕອນແລ້ງມື້ນີ້ ພູນິນ ມີຄວາມໝັ້ນໃຈເຕັມຮ້ອຍ ແລະ ຈະເຮັດໃຫ້ດີທີ່ສຸດເພື່ອຍາດເອົາໄຊຊະນະມາຝາກແຟນບານ,
ປະຊາຊົນລາວເຮົາ ແລະ ຝາກຕິດຕາມ ຊົມເຊຍເປັນກຳລັງໃຈໃຫ້ພວກເຮົາແດ່.