ເຈົ້າຫນ້າທີ່ຈັບຜູ້ຄ້າ-ຂາຍອາວຸດເສິກ.

ເຈົ້າຫນ້າທີ່ຈັບຜູ້ຄ້າ-ຂາຍອາວຸດເສິກ.

ເຈົ້າໜ້າທີ່ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຂົ້າຈັບຜູ້ຖືກສົງໄສ ຄ້າຂາຍອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ຊື່ ທ້າວ ວັນນະສອນ ອາຍຸ 25 ປີ, ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ໃນເວລາຈັບກຸມມີການຂັດຂວາງຕໍ່ສູ້ໃຊ້ອາວຸດປືນຍິງໃສ່ເຈົ້າໜ້າທີ່ 5 ນັດ

ເວລາຕໍ່ມາ ເຈົ້າໜ້າທີ່ຈັບຕົວໄດ້ ພ້ອມທັງກວດພົບເຫັນຂອງກາງປືນສັ້ນ 6 ກະບອກ, ລູກປືນ AK 100 ລູກ, ລູກປືນ 380 ຈໍານວນ 40 ລູກ, ລູກປືນ 9 ມມ 40 ລູກ, ລູກປືນແວ່ງ 100 ລູກ ແລະ ລູກປືນ 59 ຈໍານວນ 45 ລູກ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ວັນນະສອນ ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍອາວຸດເສີກ ແຕ່ເດືອນ 4 ປີ 2021, ເປັນຕົ້ນມາ, ປືນທີ່ນຳມາຊື້ຂາຍ ໄດ້ຊື້ມາຈາກປະເທດເພື່ອນບ້ານ

ສັ່ງຜ່ານລະບົບອອນລາຍ, ຫຼັງຈາກໄດ້ປືນມາແລ້ວ ກໍ່ນຳມາໂຄສະນາຂາຍ ທາງສື່ສັງຄົມອອນລາຍເຟັສບຸກ, ເມື່ອມີຜູ້ຕ້ອງການກໍນັດໝາຍຊື້ຂາຍ.

ຜ່ານມາໄດ້ສັ່ງຊື້ປືນມາຂາຍທັງໝົດ 30 ກະບອກ.ປັດຈຸບັນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ກຳລັງດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ນວ

ຊົມຄຼິບ

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *