ກຸ່ມບໍລິສັດ ST ແລະ ທະນາຄານ ເອັສທີ ອັດສີດເງິນ ຈໍານວນ 200,000,000 ກີບ ໃຫ້ແກ່ຄະນະນັກກິລາ ແລະ ຄະນະຄູຝຶກ ທີມຊາດລາວ
ທີ່ຜ່ານເຂົ້າຮອບຊິງຊະນະເລີດ ບານເຕະ AFF-U19 2022 ແລະ ຖ້າຫາກສາມາດຄວ້າແຊັມມາໄດ້ ພ້ອມອັດສີດຕື່ມ 600,000,000 ກີບ, ເປັນເງິນລວມທັງໝົດ 800,000,000 ກີບ
ເພື່ອເປັນກໍາລັງໃຈ ໃຫ້ແກ່ ຄະນະນັກກິລາ ແລະ ຄະນະຄູຝຶກ ບານເຕະທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນກິລາບານເຕະ ຊິງແຊັມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ (U19)
ທີ່ສາມາດຜ່ານເຂົ້າສູ່ຮອບຊິງຊະນະເລີດ ບານເຕະ AFF-U19 2022 ທີ່ ປະເທດອິນໂດເນເຊຍ
ກຸ່ມບໍລິສັດ ST ແລະ ທະນາຄານ ເອັສທີ ພ້ອມທີ່ຈະເປັນສ່ວນໜຶ່ງ ໃນການຊຸກຍູ້ ສົ່ງເສີມກິລາບານເຕະ ແລະ ນັກກິລາ ທີມຊາດລາວ
ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີ ຢູ່ໃນເວທີສາກົນ, ເປັນນັກກິລາລຸ້ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງ
ໃນການສ້າງແຮງບັນດານໃຈ ໃຫ້ແກ່ນັກກິລາລຸ້ນໃໝ່ ໃຫ້ມີຄວາມມຸ່ງໝັ້ນ ພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນ ຂອງກິລາບານເຕະ ທີມຊາດລາວ ໃນລຸ້ນຕໍ່ໆໄປ.
#ທະນາຄານເອັສທີ
#BankOnStrong
#ໝັ້ນຄົງໂປ່ງໃສບໍລິການດ້ວຍນໍ້າໃຈຮັບໃຊ້ສັງຄົມສອບຖາມຂໍ້ມູນເພີ່ມຕື່ມ:☎: 1881📞: 021 241 560-62🌐 www.stbanklaos.la