ລັດຖະບານຈີນມອບພາຫະນະ ແລະອຸປະກອນການແພດໃຫ້ລັດຖະບານລາວແລະລົດທາງການແພດ 3 ຄັນ…

ລັດຖະບານຈີນມອບພາຫະນະ ແລະອຸປະກອນການແພດໃຫ້ລັດຖະບານລາວ

ລັດຖະບານຈີນເຫັນດີສືບຕໍ່ໃຫ້ການຊວ່ຍເຫຼືອດ້ານພາຫະນະແລະອຸປະກອນການແພດໃຫ້ແກ່ ສປປ ລາວ,ຕາງໜ້າຝ່າຍຈີນມອບໂດຍທ່ານຈ່ຽງຈ້າຍຕົ່ງເອກອັກຄະລັດຖະທູດຈີນປະຈໍາລາວ ແລະຕາງໜ້າຝ່າຍລາວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ

ລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນບ່າຍວັນທີ 18 ກໍລະກົດ 2022 ທີ່ກະຊວງສາທາລະນະສຸກ.

ພາຫະນະ ແລະອຸປກອນທີ່ລັດຖະບານລາວໄດ້ຮັບການຊວ່ຍເຫຼືອຈາກລັດຖະບານຈີນຄັ້ງນີ້ປະກອບມີ: ລົດທາງການແພດ 3 ຄັນ ໃນນັ້ນ, ລົດກວດໂຄວິດເຄື່ອນທີ່ 2 ຄັນ ແລະລົດກູ້ໄພສຸກເສີນ 1 ຄັນ.

ນອກນັ້ນ, ຍັງມີອຸປະກອນການແພດປ້ອງກັນໂຄວິດ-19 ຈໍານວນໜຶ່ງ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ, ຊຸດປ້ອງກັນການຕິດເຊື້ອ ແລະນໍ້າຢາກວດເຊື້ອໂຄວິດ-19 ລວມມູນຄ່າ 13,5 ລ້ານກວ່າຢວນ.

ຂໍ້ມູນໃຫ້ຮູ້ວ່າ: ພາຫະນະ ແລະເຄື່ອງທັງໝົດທີ່ຝ່າຍຈີນມອບໃຫ້ຝ່າຍລາວໃນຄັ້ງນີ້ ຈະຖືກຮັບໃຊ້ຢູ່ສູນສາງ ແລະທ້ອງຖິ່ນນໍາອີກ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕາງໜ້າລັດຖະບານລາວກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈລັດຖະບານ ແລະປະຊາຊົນຈີນອ້າຍນ້ອງຢ່າງສູງ ທີ່ຍາມໃດກໍ່ໄດ້ຊ່ວຍເຫຼືອ ແລະເປັນຫ່ວງເປັນໃຍນໍາປະຊາຊົນລາວ.

ທ່ານກ່າວຕື່ມວ່າ:

ປັດຈຸບັນປະຊາຊົນລາວໄດ້ສັກວັກຊີນຫຼາຍກວ່າ 70% ຂຶ້ນໄປ ແລະຕົວເລກການຕິດເຊື້ອມີທ່າອ່ຽງຫຼຸດລົງ ເຊິ່ງໃນນັ້ນລັດຖະບານຈີນກໍ່ໄດ້ເປັນສ່ວນອັນໃຫຍ່ໃນການຊ່ວຍເຫຼືອ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *