ປັງບໍ່ຢຸດສາວຄົນນີ້ ນ້ອງ ແຮ່ນນ້າ ໂຣຊັນບູ໊ມ ຈາກວົງ 4eve ຄົນລາວຄົນດຽວໃນສະມາຊິກ ທີ່ທັງງາມ ແລະ ເກັ່ງດ້ວຍຄວາມສາມາດຫຼ້າສຸດໃນງານ Kazz AWARD ທີ່ປະເທດໄທ ໄດ້ປະກາດຫຼາຍລາງວັນໃຫ້ບັນດາສິນລະປິນ, ດາລາ, ນັກສະແດງ ແລະ ນາງງາມ, ນາຍແບບ ນາງແບບ
ແລະ ຕ້ອງຂໍສະແດງຄວາມຍິນດີນໍາ ແຮ່ນນ້າ Hannah Rosenbloom ໄດ້ຮັບລາງວັນ ສາວໄວໃສໂດນໃຈແຫ່ງປີ 2021
ໂດຍ ແຮ່ນນ້າ ກໍໄດ້ບອກວ່າ ຂອບໃຈ Kazz AWARD ທີ່ເຊີນມາຮ່ວມງານ ແລະ ຂອບໃຈທຸກຄົນທີ່ໂຫວດໃຫ້ ແຮ່ນນ້າ ໄດ້ຮັບລາງວັນນີ້ ແລະ ຝາກຕິດຕາມວົງຂອງ ແຮ່ນນ້າ ແນ່ເດີ້ 4eve ຂໍຂອບໃຈ

ຂໍສະແດງຄວາມຍິນດີນຊາ ຫຼາຍໆ ຂໍໃຫ້ມີງານ ປັງໆແບບນີ້ຕະຫຼອດເດີ້ ຄົນເກັ່ງຈາກ: Kazz Magazine