ໂຈນດຶງກະເປົ໋າ ລົ້ມຫົວຟາດພື້ນເສຍຊີວິດ
ໃນວັນທີ 24/7/2022 ເວລາ 4:00 ໂມງ ເກີດເຫດໂຈນດຶງກະເປົ໋າ ເຮັດໃຫ້ລົດຈັກຜູ້ຖືກດຶງກະເປົ໋າລົ້ມ ຜູ້ຂັບຂີ່ຫົວຟາດພື້ນເສຍຊີວິດ.
ຜູ້ເຄາະຮ້ຍ ຊື່ນາງ ວອນວິໄລ ອາຍຸ 25 ປີ ບ້ານດອນສ້າງໄຜ່ ພ້ອມຫມູ່ 1 ຄົນ ໄດ້ຂີ່ລົດຈັກໄປຕະຫລາດເພື່ອໄປຊື້ເຄື່ອງມາຂາຍຢູ່ເສັ້ນທາງ 450 ປີ,
ພໍໄປຮອດ ລະຫວ່າງບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີຄົນຮ້າຍ 2 ຄົນ ເພດຊາຍຂີ່ລົດ ເວບ100
ໄດ້ມາດຶງກະເປົາຂອງນາງ ວອນວິໄລ ເຮັດໃຫ້ລົດເສຍຫລັກລົ້ມຫົວກະທົບຫົວກະທົບພື້ນຮຸນແຮງ ເສຍຊີວິດຄາທີ່ ສ່ວນຫມູອີກ 1 ຄົນບາດເຈັບສົມຄວນ.
ສຳລັບຄົນຮ້າຍແມ່ນໄດ້ເງິນໄປຈຳນວນ 3 ລ້ານ ໜີໄປໄດ້, ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ.

#ໂຈນຊົ່ວດຶງກະເປົ໋າເຮັດໃຫ້ຜູ້ເຄາະຮ້າຍເສຍຊີວິດ1ລາຍ #ວອນສັງຄົມຊ່ວຍມ້ຽນຄາບອາບສົບດ້ວຍເຫດເກີດຂຶ້ນໃນຊ່ວງເຊົ້າມືດວັນທີ 24/07/2022 ເວລາ 04:00 ນາງວອນວິໄລ ອາຍຸ 25 ປີ ບ້ານດອນສ້າງໄຜ່ ພ້ອມຫມູ່ 1 ຄົນ ໄດ້ຂີ່ລົດຈັກໄປຕະຫລາດເພື່ອໄປຊື້ເຄື່ອງມາຂາຍ
ພໍໄປຮອດ ເສັ້ນທາງ 450 ປີ ລະຫວ່າງບ້ານໂນນສະອາດ ໄດ້ມີຄົນຮ້າຍ 2 ຄົນ ເພດຊາຍຂີ່ລົດ ເວບ100 ສີດຳແດງ ບໍ່ຮູ້ຖະບຽນ ໄດ້ມາດຶງກະເປົາຂອງນາງວອນວິໄລ ເຮັດໃຫ້ລົດເສຍຫລັກລົ້ມແລ້ວລາກລາວຮ່າງກາຍຂອງລາວໄປ
ເຊິ່ງໄດ້ກະທົບຫົວຮຸນແຮງ ເຮັດໃຫ້ນາງ ວອນວິໄລ ເສຍຊີວິດຄາທີ ສ່ວນຫມູອີກ 1 ຄົນບາດເຈັບສົມຄວນ ສ່ວນຄົນຮ້າຍແມ່ນໄດ້ເງິນໄປຈຳນວນ 3 ລ້ານ ໜີໄປໄດ້ (ຕໍ່ກັບເຫດການນີ້ໄດ້ແຈ້ງຕໍເຈົ້າຫນ້າທີ່ເປັນທີ່ຮຽບຮ້ອຍ

ຂໍໃຫ້ນຳຈັບໄດ້ໄວໆດ້ວຍເຖີນ) ທາງຄອບຄົວຜູ້ຈຶ່ງໄດ້ຂໍຄວາມຊ່ວຍເຫລືອຈາກກູ້ໄພ ເນື່ອງຈາກຄອບຄົວເພິ່ນທຸກຍາກຂາດເຂີນ ນາງ ວອນວິໄລ ໄດ້ອາໃສຢູ່ນຳລູກແລະພໍ່ແມ່ ສ່ວນຜົວແມ່ນໄປເຮັດວຽກຫາເງິນຢູ່ ມາເລເຊຍ
ຕອນນີ້ຍັງບໍ່ຮູ້ຂ່າວວາເມຍເສຍຊີວິດເລີຍ ເພາະຕິດຕໍ່ບໍ່ໄດ້ ເນື່ອງຈາກລົງເຮືອໄປເປັນກຳມະກອນຫາປາ ຊົວຈະຂຶ້ນຝັງມາກໍອີກດົນຄົງຈະຮູ້ຂ່າວ ໜ້າສົງສານແທ້ໆ🙏🏻🙏🏻 #
ໃນວັນສຸດທ້າຍຂອງຄວາມຕາຍ. ຂໍ ໝອນ ທີ່ພຽງພໍເພື່ອສະ ໜັບ ສະ ໜູນ ຜ້າຫົ່ມບາງໆທີ່ປົກຄຸມຮ່າງກາຍຂອງໂລກ. ໃນເຮືອນຫລັງນ້ອຍໆສີຂາວ…………………………………………………………………..🙏🏻🙏🏻
ທ່ານໄດ້ຍາກ ຮ່ວມກີນທານແລະບູຊາເຕົາຟືນຫີບໂລງລົດສົ່ງສະການ ຈັດງານ ເກັບດູກໃຫ້ ນຳສາມາດບໍລິຈາກເຂົ້າບັນຊີ ລວມຂອງຫນ່ວຍກູ້ໄພອາສາເພື່ອ
ປະຊາຊົນໄດ້ ຜູ້ລະເລັກນ້ອຍກໍຕາມກຳລັງສັດທາ ບໍລິຈາກຜ່ານທະນາຄານການຄ້າຕ່າງປະເທດລາວ ສະກຸນເງິນກີບ
📍ໝາຍເລກ:54323636📍 ຄະນະບໍລິຫານງານ: ເປັນບັນຊີກາງຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນ
{ລະບຸເຫດຜົນທີ່ບໍລິຈາກດ້ວຍ}ວ່າກິນທ່ານນຳທ້າວແຫລວ 🙏🏻🙏🏻 ເນື່ອງຈາກໜ່ວຍງານຍັງລໍຖ້າທາງການ ໜ່ວຍງານໄດ້ ເລີຍໄດ້ໃສ່ຊື່ບັນຊີລວມຂອງຫນ່ວຍງານແທນ
ຕັ້ງຈາກເບີແຈ້ງເຫດມີຝ່າຍຮັບຜິດຊອບແລະກວດສອບ ບໍ່ໄດ້ເປັນບັນຊີສ່ວນໂຕຂອງໃຜພຽງແຕ່ໃສ່ຊື່ຂອງຜູ້ບໍລິຫານແທນ 📌ຖ້າທ່ານໃດຕ້ອງການມາມອບດ້ວຍໂຕທ່ານເອງ
ສາມາດເຂົ້າມາສອບຖາມພົວພັນທີ່ຫ້ອງການໜ່ວຍກູ້ໄພອາສາເພື່ອປະຊາຊົນ ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ🚑ສາມາດຕິດຕໍ່ໄດ້ທີ່ເບີໂທ:02056421624