ຈັບຜູ້ລັກລອບຕັ້ງໂຮງເລື່ອຍໄມ້ເຖື່ອນ
ວັນທີ 25 ກໍລະກົດ 2022, ພາຍຫຼັງເຈົ້າໜ້າທີ່ໄດ້ສືບຮູ້ວ່າມີບຸກຄົນລັກລອບຕັ້ງໂຮງເລື່ອຍໄມ້ເຖື່ອນ ຢູ່ບ້ານກົ້ວ ເຂດ ຕີນພູພະນັງ ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງສັງທອງ
ກັບພາກສ່ວນກ່ຽວຂ້ອງ ເຂົ້າກວດກາໂຮງເລື່ອຍໄມ້ຫຼັງດັ່ງກ່າວກັກຕົວ ພ້ອມທັງຢືດອຸປະກອນເລືອຍໄມ້.
ເຈົ້າຫນ້າທີ່ ປກສ ເມືອງສັງທອງ ໃຫ້ຮູ້ວ່າ:
ໂຮງເບື່ອຍດັ່ງກ່າວເປຫນຂອງ ທ້າວ ພຸດທະສັນ ອາຍຸ 46 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ເຊິ່ງ ໃນຊ່ວງເດືອນ ເມສາ 2022 ໄດ້ເຂົ້າມາທໍາການບຸກເບີກດິນຢູ່ເຂດບ້ານກົ້ວ ເມືອງສັງທອງ
ໃກ້ກັບຕີນພູພະນັງ ເພື່ອເປັນສະຖານທີ່ຕັ້ງໂຮງງານເລື່ອຍໄມ້ ພາຍຫຼັງກະກຽມສະຖານທີ ່ສຳເລັດ ກໍ່ໄດ້ປຸກສາງໂຮງເລື່ອຍ
ຂະໜາດກວ້າງ 6 ແມັດ ຍາວ 12 ແມັດ ຈໍານວນ 1 ຫຼັງ, ປຸກແຄ້ມໃຫ້ກຳມະກອນນອນພັກ ເຊົາ ຈຳນວນ 2 ແຄ້ມ.
ສຳລັບໄມ້ທີ່ນຳມາເລື້ອຍ ແມ່ນ ຊື້ນໍາປະຊາຊົນ ເຂດບ້ານ ນາພົງ ເມືອງຫີນເຫີບ ແຂວງວຽງຈັນ, ເຊິ່ງໄດ້ແປຮູບເປັນໄມ້ແປ້ນແບບ ແລະ ໄມ້ເສັ້ນ ຂະໜາດຕ່າງໆ ຕາມການສັ່ງຈອງຂອງລູກຄ້າ.
ເຈົ້າຫນ້າທີ່ໄດ້ກັກ ລົດ 6 ລໍ້ ຈຳນວນ 1 ຄັນ, ໄມ້ຈຳນວນ 13 ຕັບ (ປະເພດໄມ້ຕ້ອງ), ຈັກປັ່ນໄຟຟ້າ ຈຳນວນ 01 ເຄື່ອງ,
ຈັກຄູໂບຕ້າ ພ້ອມໂຕະເລື່ອຍໄມ້ ຈຳນວນ 01 ຊຸດ, ຊຸດລາງເລື່ອນເລື່ອຍວົງເດືອນຊອຍໄມ້ ຈຳນວນ 1 ຊຸດ ແລະ ປໍ້າລົມ ຈຳນວນ 1 ເຄື່ອງ. ;




