ຕົ້ນມອນເປັນພືດມະຫັດສະຈັນ “ໃບມອນສາມາດເປັນຊາຂຽວ ເປັນອາຫານໃຫ້ໂຕມ້ອນໃນການສ້າງໄຍໄໝ ແລະ ໝາກຕົ້ນມອນແມ່ນມີຄຸນຄ່າທາງຢາອັນຫຼວງຫຼາຍ.”
1 ໝາກມອນມີສານຕ້ານອະນຸມູນອິດສະລະ (Antioxidants) ຈຳພວກ Anthyocyanin ທີ່ເປັນສານມ່ວງແດງ ຊ່ວຍປ້ອງກັນໂລກຫົວໃຈ ແລະ ມະເຮັງ,

2 ໝາກມອນມີວີຕາມິນບີ 06 ຊ່ວຍບຳລຸງເລືອດ ຕັບ ໝາກໄຂ່ຫຼັງ ລົດຜ່ອນການເກີດສິວ ແລະ ລົດອາການປວດປະຈຳເດືອນຂອງເພດຍິງ,
3 ໝາກມອນສາມາດປ້ອງກັນ ແລະ ຢັ້ບຢັ້ງການເກີດເລືອດຈຸດຄໍ້າ ປ້ອງກັນກັນເສັ້ນເລືອດແຕກ ອັນເປັນສາຍເຫດຂອງໂລກອະມະພຶກອະມະພາດ,

4 ໝາກມອນມີວີຕາມິນຊີສູງ ຊ່ວຍປ້ອງກັນໂລກຫວັດ ໂລກພູມແພ້ ໂລກປອດ ແລະ ປ້ອງກັນໂລກໄວຣັດ,
5 ໝາກມອນມີວີຕາມິນເອ ຊ່ວຍບຳລຸງສາຍຕາ ປ້ອງກັນການເກີດໂລກຕໍ້ກະຈົກຕາ ປ້ອງກັນແສງຢູວີເຂົ້າທຳລາຍສາຍຕາ ບຳລຸງເຫືອກ ແລະ ແຂ້ວ ສ້າງພູມຄູ້ມກັນໃຫ້ລະບົບຫາຍໃຈ ບຳລຸງຜິວພັນ ແລະ ລົດການອັກເສບຂອງສິວ,

6 ໝາກມອນມີກົດໂຟລິກ ຫຼື ວີຕາມິນໃບໄມ້ ຫຼື ວີຕາມິນເອັມ ປ້ອງກັນໂລກເລືອດຈາງ ປ້ອງກັນໂລກເດັກນ້ອຍພິການ ຊ່ວຍການຈະເລີນເຕີບໂຕຂອງເດັກນ້ອຍໃນທ້ອງ ຊື່ງຜູ່ຍິງຖືພາໃນໄລຍະເດືອນຕົ້ນໆແມ່ນມີຄວາມຕ້ອງການກົດໂຟລິກສູງ,

7 ໝາກມອນຊ່ວຍແກ້ໄຂອາການເມົາຄ້າງ ແລະ ຜ່ອນຄາຍຄວາມຄຽດ,
8 ໝາກມອນຊ່ວຍບຳລຸງເສັ້ນຜົມໃຫ້ມີຄວາມດົກດຳ ແລະ ປ້ອງກັນການເກີດຜົມຫງອກກ່ອນໄວອັນຄວນ.
