ຂ່າວດີ !!! 👏 ແຈັງປັບລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ທົ່ວປະເທດ

ຂ່າວດີ !!! 👏 ແຈັງປັບລາຄາຂາຍຍ່ອຍ ນໍ້າມັນເຊື້ອໄຟ ທົ່ວປະເທດ ! ໂດຍລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 05 ສິງຫາ 2022; ເວລາ 06:00 ໂມງ

ໃນຂອບເຂດທົ່ວປະເທດ.- ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນກາຊວນ 90 ກີບ/ລິດ, ສ່ວນລາຄານໍ້າມັນ

ແອັດຊັງພິເສດ ແລະ ລາຄານໍ້າມັນແອັດຊັງທໍາມະດາ ແມ່ນບໍ່ເໜັງຕີງ.- ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ,

ລົງວັນທີ 04 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.- ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ

ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນ

ປົກກະຕິ.ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 098/ອຄ, ລົງວັນທີ 27 ກໍລະກົດ 2022,

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ແຈ້ງການ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *