ໜ້າເສົ້າໃຈ 190 ຄົນເສຍຊີວິດ ຍ້ອນອຸບັດ ເຫດຢູ່ນະຄອນຫຼວງວຽງຈັນ

ສໍາລັບ ປີ 2020, ທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 1.155 ກໍລະນີ ແລະ ມີຜູ້ເສຍຊີວິດ 190 ຄົນຊຶ່ງທຽບໃສ່ປີຜ່ານ ມາຈຳນວນຜູ້ເສຍຊີວິດຫຼຸດລົງ 45 ຄົນ,ມີຄົນບາດເຈັບທັງໝົດ 1.198 ຄົນ ແລະ ພາຫະນະເປ່ເພທັງໝົດ 2.307 ຄັນ.ອີງຕາມການລາຍງານຂອງພະແນກຕຳຫຼວດຈະລາຈອນ

ນະຄອນຫຼວງວຽງຈັນໄດ້ລະບຸ ວ່າ, ປະຈຸບັນ ການເກີດອຸບັດເຫດຢູ່ຕາມເສັ້ນທາງຕ່າງໆໃນນະຄອນຫຼວງວຽງຈັນສ່ວນໃຫຍ່ແມ່ນເກີດຍ້ອນນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ໂດຍສະເພາະເມົາແລ້ວຂັບ ຂັບຂີ່ໄວເກີນກຳນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ,ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງ

ຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາບໍ່ຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ, ບັນຫາການເກີດອຸບັດເຫດຈຶ່ງຈະຫຼຸດລົງ.
