ຂ່າວທົ່ວໄປ

ປາເມືອງໂຂງບາງເຂດ ອາດປົນເປື້ອນສານເຄມີ

ຊາວປະມົງ ຫຼື ຜູ້ຫາປາຈໍານວນໜຶ່ງຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງໃຊ້ວິທີ ຫາປາແບບ ຜິດກົດໜາຍ ແລະ ບໍ່ຄໍານຶງເຖິງສະພາບແວດລ້ອມ ແລະ ຜູ້ບໍລິໂພກໂດຍການໃຊ້ສານພິດ ຫຼື ສານເຄມີຖອກລົງແມ່ນໍ້າ ເພື່ອເບື່ອປາ ຫຼື ຫາປາໂດຍໃຊ້ເວລາພຽງ 5 ນາທີ ແລະ ເມື່ອປາຖືກສານພິດກໍຈະຂຶ້ນມາຟູຫາຍໃຈຢູ່ໜ້ານໍ້າ ແລະໃຊ້ອຸປະກອນຫາປາ

ຕັກເອົາ.ທ່ານ ສົມພອນ ພົນມະນີວົງ ຜູ້ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມຂອງເຂື່ອນໄຟຟ້າພະລັງງານນໍ້າ ດອນສະຮົງ ຢູ່ ເມືອງໂຂງ ແຂວງຈໍາປາສັກໄດ້ກ່າວເມື່ອວັນທີ 6 ມັງກອນ 2021 ກັບທີມງານ ວຽງຈັນທາຍ ທີ່ຜ່ານມາ ກ່ຽວກັບ ເລື່ອງດັ່ງກ່າວວ່າ: ການໃຊ້ສານພິດ ຫຼືສານເຄມີເພື່ອຫາປາແມ່ນພົບເຫັນຢູ່ທົ່ວໄປພາຍໃນເມືອງ

ໂຂງ ຊຶ່ງເມືອງໂຂງຖືວ່າເປັນເມືອງທີ່ຮູ້ຈັກກັນມາດົນນານ ສຳລັບການຫາປາ ຊຶ່ງມີປາຈໍານວນຫຼາຍ ຖືກຈັບຢູ່ທີ່ນີ້ ແລະ ຖືກສົ່ງຂາຍຢູ່ຕະຫລາດພາຍໃນປະເທດ, ອາດເວົ້າໄດ້ວ່າການຂາຍປານີ້ເປັນການຄ້າຂາຍ ທີ່ເປັນສັນຍາລັກຢູ່ເຂດພາກໃຕ້ຂອງລາວ. ປາຢູ່ເຂດເມືອງໂຂງແມ່ນມາຈາກເສັ້ນທາງນໍ້າທຳມະຊາດ ແຕ່ການນຳໃຊ້ສານເຄມີເພື່ອຫາປາຈະ

ເຮັດໃຫ້ປາມີສານປົນເປື້ອນສານເຄມີທີ່ສາມາດສ້າງຄວາມອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ອາດກໍ່ໃຫ້ເກີດມະເລັງ ຫຼື ເສຍຊີວິດໄດ້.ທ່ານສົມພອນໄດ້ກ່າວຕື່ມວ່າ: ປະຈຸບັນນີ້ໄດ້ມີການຈັດຕັ້ງຄະນະສະເພາະກິດ ຢູ່ 6 ບ້ານ ເພື່ອສະກັດກັ້ນວິທີການຫາປາທີ່ຜິດກົດໝາຍ ໂດຍສະເພາະການໃຊ້ສານເຄມີ ແລະ ກວດຄືນກ່ຽວກັບການຫ້າມເຮັດຕ້ອນເພື່ອດັກເອົາປາ ແລະ ການໃຊ້ມອງເພື່ອຫາປາ ທີ່ມີການຫ້າມໃນໄລຍະທີ່ຜ່ານມາ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button