ຊື່ນຊົມຜົນງານ! ນ້ອງພອນທະວີ ຊ່າງແກະສະຫຼັກຍິງ ຈາກສະຖາບັນວິຈິດສິນແຫ່ງຊາດ.
#Interview | ນາງ ພອນທະວີ ແສງສຸລີ (ພອນ), 27ປີ, ນັກສຶກສາປີສຸດທ້າຍ ສາຂາ ແກະສະຫຼັກ,
ສະຖານບັນວິຈິດສິນແຫ່ງຊາດ ເວົ້າໄດ້ວ່າ ເປັນແມ່ຍິງລາວ ອີກຄົນ ໜຶ່ງທີ່ມັກຮັກໃນສາຍວິຈິດສິນ ໂດຍສະເພາະແມ່ນການແກະສະຫຼັກ ນານ

.


ເຊິ່ງເຂົາໄດ້ສ້າງ ຜົນງານອອກມາຫຼາກຫຼາຍຜົນງານ ຈາກແນວຄວາມຄິດຂອງເຂົາເອງ.
ພອນທະວີ ບອກວ່າ ເຫດຜົນທີ່ເລືອກຮຽນສາຍວິຈິດສິນ ສາຂາ ແກະສະຫຼັກ ໂດຍສະເພາະໃນນາມທີ່ເຮົາເປັນແມ່ຍິງ
ຍ້ອນວ່າມີຄວາມມັກທາງດ້ານການຄວັດ ແລະ ຄິດວ່າມັນທ້າທາຍດີ ບໍ່ວ່າຈະເປັນແມ່ຍິງ ຫຼື ຜູ້ຊາຍ ກໍສາມາດຮຽນ ແລະ ສ້າງສັນຜົນງານອອກມາໄດ້ດີ ເຊັ່ນກັນ,
ນອກຈາກນີ້ ຍັງມີຄວາມມັກທາງດ້ານນີ້ ມາດົນແລ້ວແຕ່ຄາວຍັງນ້ອຍ, ໂດຍທາງຄອບຄົວກໍໃຫ້ການສະຫນັບສະໜັບ ສະໜຸນ
ແລະ ສົ່ງເສີມທາງດ້ານການສຶກສາ ບໍ່ວ່າຈະເປັນດ້ານວັດຖຸເງິນຄຳຕ່າງໆ ເພື່ອນຳມາໜູນໃຊ້ເຂົ້າໃນການສຶກສາຮໍ່າຮຽນຂອງນ້ອງເອງ.
ອ່ານເພີ່ມເຕີມໄດ້ທີ່: https://insidelaos.com/2022/08/09/41770/🔍ມັກອ່ານ #ອິນໄຊລາວ ຢ່າລືມກົດ Like 👍 ຫຼື Follow ⭐ ເຮົາແດ່🇱🇦 fb.me/InsideLaos#InsideLaos
