ຢ່າຖືເບົາເດີ້ພີ້ນ້ອງ…!!! ຜູ້ຕິດເຊື້ອໄຂ້ຍຸງລາຍໃນປີນີ້ແມ່ນເພີ່ມຂຶ້ນຫຼາຍເທົ້າ (ໂຮງໝໍບາງແຫ່ງໃນນະຄອນຫຼວງຈົນເຕັມ)

ໜັງສືພິມວຽງຈັນທາຍ ລາຍງານໃນວັນທີ 10/09/2022 ນີ້ວ່າ : ມີບາງໂຮງໝໍ ໃນນະຄອນຫຼວງວຽງຈັນ ໄດ້ປ່ຽນເອົາພື້ນທີ່ ຕາມລະບຽງ ແລະ ຫ້ອງປະຊຸມ ຂອງໂຮງໝໍ ໃຫ້ເປັນສະຖານທີ່ປິ່ນປົວຜູ້ປ່ວຍໄຂ້ຍຸງລາຍ ແລະ

ຍັງຂາດຕຽງນອນໃຫ້ຜູ້ປ່ວຍໄຂ້ຍຸງລາຍ ຕື່ມອີກ ເນື່ອງຈາກການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງຜູ້ຕິດເຊື້ອ ໂດຍສະເພາະ ໃນລະຫວ່າງເດືອນ ພຶດສະພາ ເຖິງເດືອນ ກໍລະກົດ 2022.

ຈໍານວນຜູ້ຕິດເຊື້ອ ໃນປີນີ້ ແມ່ນເພີ່ມຂຶ້ນ ກາຍສະຖິຕິການຕິດເຊື້ອໄຂ້ຍຸງລາຍ ໃນປີ 2019.

ໃນປີ 2019, ມີຜູ້ຕິດເຊື້ອໄຂ້ຍຸງລາຍ 10.778 ຄົນ ແລະ ເສຍຊີວິດ 25 ຄົນ, ໃນໄລຍະເວລາດຽວກັນ ຂອງປີ 2022, ມີຜູ້ຕິດເຊື້ອລວມ 15.661 ແລະ ເສຍຊີວິດແລ້ວ 16 ຄົນ.

ຂໍໃຫ້ທຸກຄົນຢ່າຖືເບົາຊ່ວຍກັນປ້ອງກັນແລະຮັກສາຄວາມສະອາດ ທຳລາຍບ່ອນເພາະພັນການຂະຫຍາຍຂອງໄຂ້ຍຸງລາຍຊ່ວຍກັນ..

ຮູບພາບ ຂໍ້ມູນ: Vientianetimes,Lao Youth Radio FM 90.0 Mhz

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *