ເກີດແຜ່ນດິນໄຫວ 3.8 ຣິກເຕີ ຈຸດສູນກາງຢູ່ບ້ານ ງາຍໃຕ້ ເມືອງ ແລະ
ແຂວງຜົ້ງສາລີລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 10 ສິງຫາ 2022, ເວລາ 03:29 ໂມງ
ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ
ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ຜົ້ງສາລີ ລາຍລະອຽດຂອງການເກີດແຜ່ນດິນໄຫວ
ມີຄືດັ່ງລຸ່ມນີ້:ໃນເວລາ 03:29:21, ຂອງໂມງທ້ອງຖິ່ນໄດ້ພົບສັນຍານ
ແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 21.937°N ແລະ ເສັ້ນແວງທີ່ 102.082°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣິກເຕີ,
ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບ້ານ ງາຍໃຕ້ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ,
ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຜົ້ງສາລີ ປະມານ 28 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
