ເປັນຄວາມໂຊກດີທີ່ສຸດຂອງໂຮງໝໍແຂວງຈຳປາສັກ,ທີ່ໄດ້ຮັບຄວາມອະນຸເຄາະຈາກພຣະອາຈານ
ເປັນຄວາມໂຊກດີທີ່ສຸດຂອງໂຮງໝໍແຂວງຈຳປາສັກ,ທີ່ໄດ້ຮັບຄວາມອະນຸເຄາະຈາກພຣະອາຈານປຣະດີດາສັນທະກະໂຣ(ຫລວງພໍ່ທູຍ)ວັດປ່າດ່ານວິເວກ,
ອໍາເພີໂສພິໄຊ,ຈັງຫັວດບືງການ,ປະເທດໄທ,ໄດ້ຈັດຊື້ເຄື່ອງມືອຸປະກອນການແພດມອບໃຫ້ແກ່ໂຮງໝໍແຂວງຂອງພວກເຮົາເຊັ່ນ:
ເຄື່ອງຈັກຟອກເລືອດ(ໄຂ່ຫັລງທຽມ)06ເຄື່ອງ,ໂຕະຜ່າຕັດ02ໜ່ວຍ,ເຄື່ອງມືຜ່າຕັດກະດູກ01ຊຸດ,ຕຽງນອນຄົນເຈັບ50ໜ່ວຍແລະອຸປະກອນອື່ນໆອີກ….
ມູນຄ່າທັງໝົດ12ລ້ານກວ່າບາດ,ເຊີ່ງພິທີມອບ-ຮັບໄດ້ຈັດຂື້ນທີ່ດ່ານສາກົນຊ່ອງເມັກຊາຍແດນລາວໄທໃນຕອນເຊົ້າຂອງວັນທີ9/8/2022..

