ປິດການສັນຈອນຂົວນໍ້າພະນາຍ 3 .
ນັບແຕ່ວັນທີ 10 ສິງຫາ 2022 ຂົວນໍ້າພະນາຍ 3 ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປີດການສັນຈອນ
ເພື່ອປັບປຸງສ້ອມແປງ, ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນລິນໄລຍະ 3-4 ວັນຜ່ານມາ
ບວກກັບກະແສນໍ້າພະນາຍໄຫລຊຸທັ່ງເຮັດໃຫ້ຕາຝັງສົ້ນຂົວເຊາະເຈື່ອນ.
ດັ່ງນັ້ນ ຈິ່ງແນະນໍາໃຫ້ໄປທຽວທາງຂົວນໍ້າພະນາຍ 2 ເສັ້ນທາງແຍກບ້ານໂພນແຮ່ລັດໄປຫາສາມແຍກຄຸ້ມໝື່ນໝັ້ນ ບ້ານເກິນກາງ,
ສໍາລັບລົດບັນທຸກໜັກໃຫ້ສືບຕໍ່ໄປທຽວທາງເວັ້ນຈຸດໃກ້ກັບວິທະຍາໄລຄູບ້ານເກິນລັດໄປຫາທາງແຍກຄຸ້ມໂພນງາມ ບ້ານບໍ່ ຄືເກົ່າ.

.

.
