ແຈ້ງການກ່ຽວກັບການເພີ່ມຖ້ຽວລົດໄຟຜູ້ໂດຍສານໃນວັນທີ 12-14 ສິງຫາເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ:
ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທັງພາຍໃນ ແລະ
ຕ່າງປະເທດ, ພວກເຮົາຈິ່ງໄດ້ຄົ້ນຄວ້າເພີ່ມຂະບວນລົດໄຟຂົນສົ່ງໂດຍສານ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ
ຫາ ສະຖານີເມືອງໄຊ ໄປ-ກັບ 1 ຄູ່ ແລະ ລົດໄຟ EMU ຖ້ຽວ C92/1 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປ-ກັບ 1 ຄູ່
ໃນລະຫວ່າງວັນທີ 12-14 ສິງຫາ 2022, ລາຍລະອຽດມີດັ່ງນີ້: – ລົດໄຟ EMU ຖ້ຽວ C92 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 9:20 ແລະ ຮອດສະຖານີຫຼວງພະບາງ
ລົດໄຟ EMU ຖ້ຽວ C86 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 10:10 ແລະ
ຮອດສະຖານີເມືອງໄຊ ເວລາ 13:45; ລົດໄຟຖ້ຽວ C85 ອອກຈາກສະຖານີເມືອງໄຊ ເວລາ 14:25 ແລະ ຮອດສະຖານີນະຄອນຫຼວງວຽງຈັນເວລາ 17:48.
