ແຊຣ໌ເຕືອນ ນໍ້າຂຶ້ນສູງເຖິງຂິດອັນຕະລາຍແລ້ວ

🌊ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ພາຍຸໝູນເຂດຮ້ອນ MULAN ຫົວທີ7 ໄດ້ເຄື່ອນທີຂື້ນຝັ່ງທາງພາກເໜືອຂອງປະເທດຫວຽດນາມ ແລະ ຈະສືບຕໍ່ຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ,

ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກໍາລັງແຮງພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຢູ່ສະຖານີຊຳເໜືອ (ນ້ຳຊຳ) ແຂວງຫົວພັນ, ວັນທີ 11 ສິງຫາ 2022 ເວລາ 07:00 ໂມງ ລະດັບນ້ຳແທກໄດ້ 2,38 ແມັດ ຝົນແທກໄດ້ 57,2 ມິນລີແມັດ/24 ຊົ່ວໂມງ ແລະ ໃນມື້ດຽວກັນ ເວລາ 15:00 ໂມງ ລະດັບນ້ຳ ແທກໄດ້ 3,11 ແມັດ (ລະດັບນ້ຳເຂດເຕືອນໄພ 4,00 ແມັດ; ເຂດອັນຕະລາຍ 5,00 ແມັດ) ທຽບໃສ່ລະດັບນ້ຳ ວັນທີ 10 ສິງຫາ 2022 ລະດັບນ້ຳເພີ່ມຂຶ້ນ 2,17 ແມັດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກເໜືອ

ໂດຍສະເພາະແຂວງຫົວພັນ ທີ່ອາໄສຢຸ່ລຽບຕາມແຄມນ້ຳຊຳ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມ ທີ່ຈະເກີດຂຶ້ນໃນໄລຍະວັນທີ 11 ຫາ 13 ສິງຫາ 2022,

ພ້ອມຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຊົມຄລິບ

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *